ບັນດາປະເທດພ້ອມກັນມີຄວາມຮັບຜິດຊອບຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາ.

ບັນດາປະເທດພ້ອມກັນມີຄວາມຮັບຜິດຊອບຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາ. - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ​
ຫວຽດນາມ
ພາບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 31/5, ​ໃນ​ວາລະ​ປະຊຸມ​ຄົບ​ຄະນະ“​ແກ້​ໄຂບັນດາ​ການ​ພົວພັນ​ເຄັ່ງ​ຕຶງ​ມີ​ລັກສະນະ​ຍຸດ​ທະ​ສາດ” ທີ່​ກອງ​ປະ​ຊຸມ Shangri- La 13, ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ​ຫວຽດນາມ ມີ​ບົດ​ກ່າວ​ປາ​ໄສພາຍ​ໃຕ້​ຫົວ​ເລື່ອງ​ວ່າ: “ຄວບ​ຄຸມ​ບັນດາ​ຄວາມ​ເຄັ່ງ​ຕຶງ​ຍຸດ​ທະ​ສາດ”. ທ່ານ​ຟຸ່ງກວາງ​ແທງ ​ເນັ້ນ​ຫນັກ​ວ່າ: ຄວາມ​ປາດ​ຖະຫນາ​ລວມຂອງ​ບັນດາ​ປະ​ເທດ, ​ໃນ​ນັ້ນ ມີ​ຫວຽດນາມ ຍາມ​ໃດ​ກໍ​ຢາກ​ພາກ​ພື້ນ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ພ້ອມ​ກັນ​ຮ່ວມ​ມື​ພັດທະນາ ​ແລະ ສະກັດ​ກັ້ນ​ບໍ່​ປະ​​ໃຫ້​ເກີດ​ການ​ປະ​ທະ​ກັນ ​ແລະ ສົງຄາມ. ທ່ານ​ຟຸ່ງກວາງ​ແທງ ​ຢືນຢັນ​ວ່າ: ບັນດາ​ປະ​ເທດ​ພ້ອມ​ກັນ​ມີ​ຄວາ​ມຮັບຜິດຊອບ ຮັກສາ​ສັນຕິພາບ, ກາ​ນຮ່ວມ​ມື​ເປັນ​ປົກກະຕິ ພ້ອມ​ກັນ​ພັດທະນາ, ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ, ກົດ​ບັດ ສປຊ, ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ, ບໍ່ນຳ​ໃຊ້​ກຳລັງອາວຸດ ຫລື ນາບ​ຂູ່​ດ້ວຍ​ກຳລັງ​ອາວຸດ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຂັດ​ແຍ້​ງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບົນ​ພື້ນຖານ​ສະ​ເຫມີ​ພາບ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ບໍ່​ຈຳ​ແນ​ກປະ​ເທ​ດ​ໃຫຍ່​ຫລື​ນ້ອຍ.



ຂ່າວ/ບົດ​ອື່ນ