ບັນດາຝ່າຍປະທະກັນຢູ່ ເຢແມນ ໄດ້ເຫັນດີເປັນເອກະພາບຢຸດຕິການຍິງປືນຢູ່ Hodeidah

(VOVWORLD) - ວັນທີ 13 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ: 

ບັນດາຝ່າຍທີ່ປະທະກັນຢູ່ ເຢແມນ ໄດ້ເຫັນດີເປັນເອກະພາບຕໍ່ຄຳສັ່ງຢຸດຍິງຢູ່ນະຄອນທ່າກ່ຳປັ່ນ Hodeidah ທີ່ພວມເກີດການຂັດແຍ້ງກັນຢູ່ຝັ່ງທະເລແດງ. ຕາມທ່ານ Guterres ແລ້ວ, ຂໍ້ຕົກລົງລວມມີການຜັນຂະຫຍາຍບັນດາກຳລັງເປັນກາງ ແລະ ວຽກງານສ້າງຕັ້ງແລວມະນຸດສະທຳ. ຂອບເຂດການເມືອງຈະໄດ້ຮັບການປຶກສາຫາລືຢູ່ຮອບເຈລະຈາຕໍ່ໄປ, ຄາດວ່າ ຈະດຳເນີນໃນເດືອນ ມັງກອນ 2019. ທ່ານ Martin Griffiths ທູດພິເສດສະຫະປະຊາຊາດ ໃຫ້ຮູ້ວ່າ: ບັນດາກຸ່ມກຳລັງປະກອບອາວຸດຈະຖອນກຳລັງອອກຈາກທ່າກ່ຳປັ່ນ Hodeidah “ໃນ 2 - 3 ວັນຈະມາເຖິງ” ແລະ ເລື່ອງຖອນກຳລັງນີ້ໄດ້ຮັບຄວາມເຫັນດີເປັນເອກະພາບຈາກ 2 ຝ່າຍປະທະກັນ. ເຖິງຢ່າງໃດກໍ່ຕາມ, ຫລັງຈາກນັ້ນ,  ທ່ານ Khaled al-Yamani ລັດຖະມົນຕີການຕ່າງປະເທດ ເຢແມນ ຖືວ່າ: ຂໍ້ຕົກລົງຖອນກຳລັງຍັງຄົງພຽງແຕ່ແມ່ນ “ການສົມມຸດຖານ” ເທົ່ານັ້ນ ຕາບໃດກຳລັງຂອງພວກ Houthi ຍັງບໍ່ທັນຖອນກຳລັງອອກຈາກນະຄອນທ່າກ່ຳປັ່ນຍຸດທະສາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ