ບັນດາ​ຝ່າຍ​ປາ​ແລັດ​ສະຕິ​ນ ​ໂຮມປະ​ຊຸມ​ປຶກສາ​ຫາ​ລື​ກ່ຽວກັບ​ແຜນການ​ໂຮມ​ຜືນ​ແຜ່ນດິນ​ຂອງ ອິດສະຣາ​ແອັນ​

(VOVWORLD) - ອໍານາດການປົກຄອງ ປາແລັດສະຕິນ (PA) ໄດ້ເຊື້ອເຊີນຜູ້ຕາງໜ້າບັນດາກຸ່ມຂະບວນການອິດສະລາມ Hamas ແລະ Jihad ເຂົ້າຮ່ວມກອງປະຊຸມໃນອາທິດນີ້ ເພື່ອປຶກສາຫາລື ແລະ ຮັບມືກັບການໂຮມບາງເຂດຂອງ ອິດສະຣາແອັນ ກັບເຂດຝັ່ງຕາເວັນຕົກແມ່ນໍ້າຈໍແດນທີ່ຢຶດຄອງໄດ້.       
ບັນດາ​ຝ່າຍ​ປາ​ແລັດ​ສະຕິ​ນ ​ໂຮມປະ​ຊຸມ​ປຶກສາ​ຫາ​ລື​ກ່ຽວກັບ​ແຜນການ​ໂຮມ​ຜືນ​ແຜ່ນດິນ​ຂອງ ອິດສະຣາ​ແອັນ​ - ảnh 1 (ພາບປະກອບ: TTXVN)

        ແນວໂຮມປະຊາຊົນປົດປ່ອຍປາແລັດສະຕິນ (PELP) ກໍໄດ້ຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລືດັ່ງກ່າວ, ເຊິ່ງຄາດວ່າຈະດໍາເນີນໃນວັນທີ 16 ພຶດສະພາ ຈະມາເຖິງ ຢູ່ Ramallah. ເມື່ອແລກປ່ຽນກັບສື່ມວນຊົນ, ເຈົ້າໜ້າທີ່ຂັ້ນສູງ ຂອງ ອໍານາດການປົກຄອງ ປາແລັດສະຕິນ ໃຫ້ຮູ້ວ່າ ການຕັດສິນໃຈເຊື້ອເຊີນການນໍາບັນດາພັກຝ່າຍທີ່ແຕກຕ່າງກັນຂອງອໍານາດການປົກຄອງ ປາແລັດສະຕິນ ແມ່ນເພື່ອແນໃສ່ສົ່ງຄໍາກ່າວເຕືອນໃຫ້ ອິດສະຣາແອັນ ແລະ ອໍານາດການປົກຄອງ ຂອງປະທານາທິບໍດີ ອາເມລິກາ Donald Trump. ຕາມທ່ານປະທານາທິບໍດີ ປາແລັດສະຕິນ ແມ່ນຢາກໄດ້ຮັບການສະແດງຄວາມເຫັນດີເຫັນພ້ອມຂອງປະຊາຊົນ ປາແລັດສະຕິນ ກ່ຽວກັບແຜນການໂຮມດິນແດນຂອງ ອິດສະຣາແອັນ. 

ຕອບກັບ

ຂ່າວ/ບົດ​ອື່ນ