ບັນດາພັກຝ່າຍປາແລດສະຕີນເຈລະຈາໄກ່ເກ່ຍຢູ່ອີຢິບ

ບັນດາພັກຝ່າຍປາແລດສະຕີນເຈລະຈາໄກ່ເກ່ຍຢູ່ອີຢິບ - ảnh 1
ບັນ​ດາ​ມື​ປືນ​ແນວ​ໂຮມ​ປົດ​ປ່ອຍ​ປາ​ແລດ​ສະ​ຕີນ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ຢູ່​ເຂດ​ກາ​ຊາ​ໃນ​ວັນ​ທີ 11/9
(ພາບ: AFP/TTXVN)

(vovworld) – ​​ວັນ​ທີ 22/9, 2 ຝ່າຍ ຂອງ ປ​າ​ແລດ​ສະ​ຕີນ ແມ່ນ​ຂະ​ບວນ​ການ​ອິດ​ສະ​ລາມ ປະ​ກອບ​ອາ​ວ​ຸດ ຮາ​ມາດ ແລະ ຂະ​ບວນ​ການ ຟາ​ຕາ ເລີ່ມ​ຕົ້ນ​​ການ​ເຈ​ລະ​ຈາ​ໄກ່​ເກ່ຍ​ຄັ້ງ​ຕ່າງໆຢູ່​ນະ​ຄອນຫຼວງ ກາຍ​ໂຣ, ປະ​ເທດ ອີ​ຢິບ. ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຖືກ​ດຳ​ເນີນ​ໄປ​ກ່ອນ​ການ​ເຈ​ລະ​ຈາ​ລະ​ຫວ່າງ ປາ​ແລດ​ສະ​ຕີນ ແລະ ອິດ​ສະ​ຣາ​ແອນ ກ່ຽວ​ກັບ​ການ​ປັບ​ປຸງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ວັນ​ທີ 26/8 ຢຸດ​ຕິ​ການ​ສູ້​ຮົບ​ທີ່​ແກ່​ຍາວ​ເປັນ​ເວ​ລາ 50 ວັນ​ຢູ່​ເຂດ ກາ​ຊາ ພຽງ​ໜຶ່ງວັ​ນ. ນັບ​ແຕ່​ເມື່ອ​ການ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອນ ເຂົ້າ​ເຂດ​ກາ​ຊາ ຢຸດ​ຕິ​ເມື່ອທ້າຍ​ເດືອນ 8 ຜ່ານ​ມາ, ຟາ​ຕາ ແລະ ຮາ​ມາດ ກ່າວ​ຫາ​ກັນ​ກ່ຽວ​ກັບ​ການ​ຂາດ​ການ​ຮ່ວມ​ມືເປັນ​ປະ​ຈຳ​. ວົງ​ການ​ຜູ້​ສັງ​ເກດ​ການ​ຖື​ວ່າ: ສັນ​ຍານນີ້​ໃຫ້​ເຫັນ​ວ່າ​ຈະ​ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ບໍ​ລິ​ຫານ​ເຂດ​ດິນ​ແດນ​ແຄມ​ທະ​ເລ ​ປະ​ຈຸ​ບັນໂດຍ ​ຮາ​ມາດ ​ຄວບ​ຄຸມ.


ຂ່າວ/ບົດ​ອື່ນ