ບັນ​ດາ​ມາດ​ຕະ​ການ​ຂວ້ຳ​ບາດ​ໃໝ່​ຂອງ ອາ​ເມ​ລິ​ກາ ໄດ້​ກໍ່​ຜົນ​ເສຍ​ຫາຍ​ນັບ​ຕື້ USD ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ ກູ​ບາ

(VOVWORLD) - ບັນດາມາດຕະການຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງ ອາເມລິກາ ທີ່ຈັດວາງສຳລັບ ກູບາ ໄດ້ກໍ່ຜົນເສຍຫາຍຫຼາຍກວ່າ 1,8 ຕື້ USD ສຳລັບຂະແໜງທ່ອງທ່ຽວຂອງ ກູບາ.
ບັນ​ດາ​ມາດ​ຕະ​ການ​ຂວ້ຳ​ບາດ​ໃໝ່​ຂອງ ອາ​ເມ​ລິ​ກາ ໄດ້​ກໍ່​ຜົນ​ເສຍ​ຫາຍ​ນັບ​ຕື້ USD ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ ກູ​ບາ - ảnh 1ແຂກມາທ່ອງທ່ຽວ La Habana, ກູບາ (ພາບ: AFP/TTXVN)

ຄະນະຜູ້ຕາງໜ້າ ສປຊ  ປະຈຳ La Habana ຫາກໍປະກາດບົດລາຍງານ ເຊິ່ງໄດ້ຄິດໄລ່ໂດຍປະມານວ່າ ນັບແຕ່ເດືອນ ເມສາ 2019 ຫາເດືອນ ມີນາ ປີ 2020, ບັນດາມາດຕະການຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງ ອາເມລິກາ ທີ່ຈັດວາງສຳລັບ ກູບາ ໄດ້ກໍ່ຜົນເສຍຫາຍຫຼາຍກວ່າ 1,8 ຕື້ USD ສຳລັບຂະແໜງທ່ອງທ່ຽວຂອງ ກູບາ.

        ຕົວເລກດັ່ງກ່າວ ສ່ວນຫຼາຍແມ່ນໄດ້ຄິດໄລ່ຕາມບັນດາຜົນກະທົບຂອງມາດຕະການຕ່າງໆ ເຊິ່ງ ວໍຊີງຕັນ ຫາກໍຈັດວາງເພື່ອຕ້ານຄືນ La Habana ນັບແຕ່ປີ 2017 ສຳລັບການເຄື່ອນໄຫວໄປ-ມາ, ການບໍລິການ ແລະ ພະລາທິການ, ພິເສດແມ່ນການເພີ່ມທະວີການຄວບຄຸມຈຳກັດພົນລະເມືອງ ອາເມລິກາ ໄປຍັງ ກູບາ ແລະ ຄຳສັ່ງຫ້າມບັນດາຖ້ຽວບິນປະຈຳໄລຍະ ແລະ ຖ້ຽວບິນຮັບຈ້າງຕາມແຕ່ລະຖ້ຽວ ຈາກ ອາເມລິກາ ໄປຍັງ ກູບາ, ເວັ້ນເສຍແຕ່ສະໜາມບິນສາກົນ Jose Marti ຢູ່ນະຄອນຫຼວງ La Habana.  ອົງການຂຶ້ນກັບ ສປຊ ໄດ້ຄາດຄະເນວ່າ ຖ້າຫາກວ່າ ບໍ່ມີນະໂຍບາຍປິດລ້ອມ, ຂວ້ຳບາດ, ຈຳນວນແຂກທ່ອງທ່ຽວ ຈາກ ອາເມລິກາ ໄປຍັງ ກູບາ ຈະສາມາດບັນລຸຢ່າງໜ້ອຍສຸດແມ່ນ 2 ລ້ານເທື່ອຄົນ ຕໍ່ປີ, ໝາຍຄວາມວ່າ, ເວລານັ້ນ ອາເມລິກາ ຈະກາຍເປັນຕະຫຼາດທ່ອງທ່ຽວໃຫຍ່ທີ່ສຸດຂອງ ກູບາ. 

ຕອບກັບ

ຂ່າວ/ບົດ​ອື່ນ