ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການຮ່ວມກ່ຽວກັບສະພາບການໃນແຫຼມ ເກົາຫຼີ

ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການຮ່ວມກ່ຽວກັບສະພາບການໃນແຫຼມ ເກົາຫຼີ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) - ວັນ​ທີ 28/4, ບັນ​ດາລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ​ຂຶ້ນ​ກັບ​ກຸ່ມ ອາ​ຊຽນ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຢ່າງ​ເປັນ​ທາງ​ການ ທີ່​ໄດ້​ຍົກ​ອອກຫຼັກ​ໝັ້ນ​ລວມ​ສຳ​ລັບ​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ ເກົາຫຼີ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍກ່ຽວ​ຂ້ອງ​ລະ​ງັ​ບ​ໃຈ​ເອງ, ຫຼີກ​ລ້ຽງ​ການ​ເຮັດ​ໃຫ້​ສະ​ພາບ​ການເຄັ່ງ​ຕຶງ​ຂຶ້ນ​ຕື່ມ ແລະ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ. ບັນ​ດາ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ “ຄວາມ​ວິ​ຕົກ​ວັງ​ວົນ” ກ່ຽວ​ກັບ​​ອາ​ວຸດ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ ແລະ ບັນ​ດາ​ກໍ​ລະ​ນີ​ທົດ​ລອງ​ລູກ​ສອນ​ໄຟ​ນ​ຳ​ວິ​ຖີ​ຂອງ​ປະ​ເທດນີ້, ຖື​ວ່າ ສະ​ພາບ​ການ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ແຫຼມ ເກົາຫຼີ​ໄດ້​​ສົ່ງຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ເຖິງ​ພາກ​ພື້ນ. ບັນ​ດາ​ລັດ​ຖະ​ມົນ​ຕີ ອາ​ຊຽນ ໄດ້​ຮຽກ​ຮ້ອງ ສ​ປ​ປ ເກົາຫຼ​ີ “ເຄົາ​ລົບ​ຢ່າງ​ສົມ​ບູນ” ບັນ​ດາມ​ະ​ຕິ​ກ່​ຽ​ວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ ພ້ອມ​ທັງ​ຮ​ຽກ​ຮ້ອງ​ໃຫ້ ພຽງ​ຢາງ ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​ໃນ​ບັນ​ຫານີ້.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຊຸກ​ຍູ້​​​ການ​ສ້າງກອບກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC​) ດ້ວຍ​ເປົ້າ​ໝາຍ​ບັນ​ລຸ​ ​ກົດ​​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ. ບັນ​ດາ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ໃນ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ພວມ​ມີ​ບັນ​ດາ​ການ​ຜັ​ນ​ແປ​ສັບ​ສົນ​ຄື​ປະ​ຈຸ​ບັນ, ພິ​ເສດ​ແມ່ນ​ສະ​ພາບ​ຄ​ວາມ​ເຄັ່ງ​ຕຶງ​ໃນ​ແຫຼມ ເກົາຫຼີ ແລະ ບັນ​ດາ​ການ​ເຄື່ອນ​ໄຫ​ວ​ບູ​ລະ​ນະ​, ນຳ​ໃຊ້​ກຳ​ລັງ​ການ​ທະ​ຫານ​ບົນ​ທະ​ເລ​ຕາ​ເວັນ​ອອກ, ອາ​ຊຽນ​ຕ້ອງ​ສືບ​ຕໍ່​ມີ​ສຽງ​ເວົ້າ​ລວ​ມ, ແຂງ​ແຮງ, ເສີມ​ຂ​ະ​ຫຍາຍ​ບົດ​ບາດ​ຕັ້ງ​ໜ້າ​ ໃນ​ການ​ປະ​ກອບ​ສ່ວນຢ່າງ​ແທດ​ຈິງ​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​ເວົ້າ​ລວມ.


ຕອບກັບ

ຂ່າວ/ບົດ​ອື່ນ