ບັນດາລາຍການສະແດງສິລະປະມຸ່ງໄປສູ່ພາກກາງ

(VOVWORLD) -ຈຳນວນເງິນແຜ່ບໍລິຈາກທີ່ໄດ້ຮັບໃນລາຍການ ແລະ ການຂົນຂວາຍແຜ່ບໍລິຈາກພາຍຫຼັງລາຍການ ຈະໄດ້ສົ່ງເຖິງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ເພື່ອສົ່ງເຖິງພໍ່ແມ່ປະຊາຊົນຢູ່ເຂດພາກກາງ.

ບັນດາລາຍການສະແດງສິລະປະມຸ່ງໄປສູ່ພາກກາງ - ảnh 1ຄວາມໝາຍຂອງລາຍການນີ້ແມ່ນສະແດງໃຫ້ເຫັນຈິດໃຈອຸ້ມຊູຊ່ວຍເຫຼືອ,

ປຸກລະດົມການແຜ່ບໍລິຈາກໃຫ້ປະຊາຊົນເຂດພາກກາງ

(ພາບ: hanoimoi.com.vn)

        ຕອນຄ່ຳວັນທີ 25 ຕຸລາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງສິລະປະພິເສດ “ບົດດົນຕີແຫ່ງສັນຕິພາບ” ດ້ວຍຫົວຂໍ້ວ່າ “ແມ່ຫວຽດນາມ”. ລາຍການລວມມີ 3 ພາກຄື: ແມ່ຫວຽດນາມ ວິລະຊົນ; ແມ່ຂອງຂ້າພະເຂົ້າ ແລະ ມຸ່ງໄປສູ່ພາກກາງ. ຄວາມໝາຍຂອງລາຍການນີ້ແມ່ນສະແດງໃຫ້ເຫັນຈິດໃຈອຸ້ມຊູຊ່ວຍເຫຼືອ, ປຸກລະດົມການແຜ່ບໍລິຈາກໃຫ້ປະຊາຊົນເຂດພາກກາງ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບນ້ຳຖ້ວມ, ຜ່ານຜ່າຄວາມຫຍຸ້ງຍາກ, ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ. ຈຳນວນເງິນແຜ່ບໍລິຈາກທີ່ໄດ້ຮັບໃນລາຍການ ແລະ ການຂົນຂວາຍແຜ່ບໍລິຈາກພາຍຫຼັງລາຍການ ຈະໄດ້ສົ່ງເຖິງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ເພື່ອສົ່ງເຖິງພໍ່ແມ່ປະຊາຊົນຢູ່ເຂດພາກກາງ.

        ຕອນຄ່ຳວັນທີ 30 ຕຸລາ ຈະມາເຖິງນີ້, ຢູ່ໂຮງລະຄອນຂອງວິທະຍຸກະຈາຍສຽງຫວຽດນາມ (ຮ່າໂນ້ຍ), ທາງ VOV ຈະຈັດລາຍການສະແດງສິລະປະເພື່ອການກຸສົນ “ແບ່ງປັນກັບພາກກາງ” ເພື່ອແນໃສ່ລະດົມການແຜ່ບໍລິຈາກໜູນຊ່ວຍ, ຊ່ວຍເຫຼືອໃຫ້ແກ່ປະຊາຊົນເຂດພາກກາງຜ່ານຜ່າຄວາມຫຍຸ້ງຍາກ. ພິເສດຄູຝຶກທິມບານເຕະຊາຍຫວຽດນາມ, ທ່ານ Park Hang Seo ກໍ່ຈະເຂົ້າຮ່ວມລາຍການ.

        ຕໍ່ຈາກນັ້ນ, ງານຄອນເສີດ Junior Maius Orchestra ກໍ່ຈະດຳເນີນໃນຕອນຄ່ຳວັນທີ 31 ຕຸລາ ຈະມາເຖິງ, ຢູ່ສູນວັດທະນະທຳຝລັ່ງ (ຮ່າໂນ້ຍ). ຈຳນວນເງິນທີ່ເກັບໄດ້ຈາກການຂາຍປີ້ໃນງານນີ້ ຈະໄດ້ສົ່ງໄປໜູນຊ່ວຍປະຊາຊົນເຂດພາກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ