ບັນ​ດາ​ອົງ​ການ​ການ​ເງິນ​ສາ​ກົນ ຕີ​ລາ​ຄາ​ສັນ​ຍານ​ທີ່​ໜ້າຊື່ນ​ຊົມ​ຂອງ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) -ຕາມການຄາດຄະເນຂອງທະນາຄານ Standard Chartered ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021.
ບັນ​ດາ​ອົງ​ການ​ການ​ເງິນ​ສາ​ກົນ ຕີ​ລາ​ຄາ​ສັນ​ຍານ​ທີ່​ໜ້າຊື່ນ​ຊົມ​ຂອງ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1 (ພາບປະກອບ: VGP)

ການຄາດຄະເນຂອງທະນາຄານ Standard Chartered ກໍຄ້າຍຄືກັບການຄາດຄະເນຂອງບັນດາອົງການການເງິນໃຫຍ່ອື່ນໆ ທີ່ໄດ້ຍົກອອກມາກ່ອນໜ້ານັ້ນ. ຫວ່າງມໍ່ໆມານີ້, ທະນາຄານ United Overseas Bank ຄາດວ່າ ການເຕີບໂຕເສດຖະກິດຂອງຫວຽດນາມໃນທັງປີ 2020 ແມ່ນພຽງຢູ່ໃນລະດັບ 2,8% ເທົ່ານັ້ນ ແຕ່ຈະເພີ່ມຂຶ້ນຢ່າງແຮງ, ຮອດລະດັບ 7,1% ໃນປີ 2021.

        ກ່ອນໜ້ານັ້ນ ກຸ່ມນັກຄົ້ນຄວ້າຂອງທະນາຄານ HSBC ຄາດວ່າ ການເຕີບໂຕ GDP ຂອງຫວຽດນາມ ໃນປີນີ້ຈະບັນລຸລະດັບ 2,6%. ສ່ວນປີ 2021, ທະນາຄານ HSBC ຖືວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຈາກການຟື້ນຟູ ໂດຍເຕັກໂນໂລຢີນຳໜ້າ ແລະ ກະແສເງິນລົງທຶນ FDI ມີຄວາມໝັ້ນຄົງທີ່ສຸດ. ດັ່ງນັ້ນ, ການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2021 ໄດ້ຕັ້ງຄວາມຫວັງວ່າ ຈະບັນລຸລະດັບ 8,1% ແລະ ບົດລາຍງານຫວ່າງມໍ່ໆມານີ້, Fitch Solutions ຍັງຕີລາຄາວ່າ ປີ 2021, ເສດຖະກິດ ຫວຽດນາມ ອາດຈະເພີ່ມຂຶ້ນເຖິງລະດັບ 8,2% ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ