ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ລາວ ປະ​ກອບ​ສ່ວ​ນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ

(VOVWORLD) -ຕອນຄ່ຳວັນທີ 27 ກັນຍາ, ຢູ່ນະຄອນ ດົງຮ່າ, ແຂວງ ກວ໋າງຈິ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ V.
ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ລາວ ປະ​ກອບ​ສ່ວ​ນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 1ການຕ້ອນຮັບ (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ຢັ້ງຢືນວ່າ ສອງພັກ ແລະ ສອງລັດ ຫວຽດນາມ - ລາວ ຖືເປັນສຳຄັນວຽກງານການທູດປະຊາຊົນທີ່ສຸດ, ຍາມໃດກໍສະໜັບສະໜູນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ສອງປະເທດ. ທ່ານ ເຈິ່ນແທັງເໝິນ ຫວັງວ່າ ໃນໄລຍະຈະມາເຖິງ, ບັນດາອົງການຈັດຕັ້ງມິດຕະພາບສອງປະເທດຈະສືບຕໍ່ມີຂໍ້ລິເລີ່ມ, ຈັດຕັ້ງກິດຈະກຳຕ່າງໆດ້ວຍຫຼາຍຮູບແບບ ແລະ ເນື້ອໃນທີ່ອຸດົມສົມບູນ, ຫຼາກຫຼາຍ, ເພິ່ມພູນຄູນສ້າງໄມຕີຈິດຕິດຕະພາບລະຫວ່າງປະຊາຊົນສອງປະເທດ.

        ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ V ຖືກຈັດຂຶ້ນແຕ່ວັນທີ 27 – 30 ກັນຍາ ຢູ່ແຂວງ ກວ໋າງຈິ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ). ໃນຂອບເຂດຂອງລາຍການຈະດຳເນີນບາງກິດຈະກຳຄື: ກອງປະຊຸມແບ່ງປັນບົດຮຽນປະສົບການໃນການເຄື່ອນໄຫວມິດຕະພາບປະຊາຊົນ ຫວຽດນາມ - ລາວ; ຈູດທູບໃຕ້ທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດປະຕິວັດ; ພົບປະສັງສັນຊອກຮູ້ກ່ຽວກັບສະພາບການດ້ານການເມືອງ, ເສດຖະກິດ, ສັງຄົມຂອງແຂວງ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກ.


ຕອບກັບ

ຂ່າວ/ບົດ​ອື່ນ