ບັນດາອົງການຈັດຕັ້ງມິດຕະພາບຝລັ່ງ-ຫວຽດນາມອອກຖະແຫຼງການສະໜັບສະໜູນການຕັດສິນຂອງPCA

ບັນດາອົງການຈັດຕັ້ງມິດຕະພາບຝລັ່ງ-ຫວຽດນາມອອກຖະແຫຼງການສະໜັບສະໜູນການຕັດສິນຂອງPCA - ảnh 1
(ພາບປະກອບ/ຫວໍຈູງຢູງ)

(vovworld) - ພາຍຫຼັງ​ການ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ ຕຸລາການ (PCA) ຢູ່ ລາ​ໄຮ (ຮອນ​ລັງ) ສຳລັບ​ຄະດີ​ຮ້ອງ​ຟ້ອງ​ຂອງ ຟີ​ລິບ​ປິນ ກ່ຽວ​ກັບ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະມາຄົມ​ມິດຕະພາບ ຝລັ່ງ - ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ກັບ​ ຫວຽດນາມ​ຢູ່ ຝລັ່ງ ຫາ​ກໍ່​ອອກ​ຖະ​ແຫຼ​ງການ​ຮ່ວມ​ສະໜັບສະໜູນ​ການ​ຕັດສິນ​ຂອງ​ສານ PCA ກ່ຽວ​ກັບ​ທະ​​ເລ​ຕາ​ເວັນ​ອອກ. ຖະ​ແຫຼ​ງການ​ເນັ້ນ​ໜັກ​ວ່າ, ຕາມ​ການ​ຕັດສິນ​ຂອງ​ສານ PCA, ຈີນ​ບໍ່​ມີ​ພື້ນຖານ​ນິຕິ​ກຳ​ໃດໆ​ເມື່ອ​ທວງ​ເອົາ “ສິດ​ປະຫວັດສາດ“ ສຳລັບ​ອັນ​ທີ່​ເອີ້ນ​ວ່າ “​ເສັ້ນ 9 ຕອນ“ ​ໃນ​ທະ​ເລ​ຕາ​ເວັນ​ອອກ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ ຈີນ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ເຖິງ​ລະບົບ​ຊີວະ​ພາບ​ຜ່ານ​ການ​ຂຸດ​ຄົ້ນ, ປ່ຽນ​ແປງ​ສະພາບ​ເດີມ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທ່າກຳ່​ປັ່ນ, ສະໜາມ​ບິນ​ດ້ວຍ​ຕົນ​ເອງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫຼ​ງການ​ກໍ່​ຄັດຄ້ານ​ບັນດາ​ການ​ກະທຳ, ຄຳ​ຮຽກ​ສິດ​ຢ່າງ​ຜິດ​ກັບ​ກົດໝາຍ​ສາກົນ​ຂອງ​ຈີນ, ພ້ອມ​ທັງ​ຮຽກຮ້ອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ, ພິ​ເສດ​ແມ່ນ ຈີນ ​ແລະ ປະຊາ​ຄົມ​ສາກົນ​​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ການ​ກະທຳ ​ເພື່ອ​ໃຫ້​ກົດໝາຍ​ສາກົນ​ໄດ້​ຮັບ​ການ​ປະຕິບັດ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ​ແລະ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC);  ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ ​ແລະ ​ເຈລະຈາ​ຕາມ​ກົດໝາຍ​ສາກົນ, ບໍ່​ນຳ​ໃຊ້​ບໍ່​ວ່າ​ຮູບ​ການ​ນາບ​ຂູ່​ໃດ ​ແລະ ນຳ​ໃຊ້​ກຳລັງ​ອາວຸດ​ໃດຢ່າງ​ເດັດຂາດ; ຮັບປະກັນ​ຄວາມ​ເຄົາລົບ​ຂອງ​ຝ່າຍ​ຕ່າງໆ​ຕໍ່​ການ​ຕັດສິນ​ຂອງ PCA.

ຂ່າວ/ບົດ​ອື່ນ