ບັນດາເອກອັກຄະລັດຖະທູດຫົວໜ້າອົງການຕາງໜ້າທາງການທູດ ແລະ ບັນດາອົງການຈັດຕັ້ງສາກົນເພດຍິງ ໄດ້ຮ່ວມເດີນທາງພ້ອມກັບ ຫວຽດນາມ

(VOVWORLD) -“ຫວຽດນາມ ມີຄວາມປິຕິຊົມຊື່ນ ເພາະວ່າ ຍາມໃດກໍມີການຮ່ວມເດີນທາງ ແລະ ໄດ້ຮັບການການໜູນຊ່ວຍຈາກປະຊາຄົມສາກົນ...”

        ວັນທີ 2 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະ ແລະ ເຮັດວຽກກັບບັນດາການນໍາສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດເພດຍິງຫວຽດນາມ, ການນໍາແຂວງຫວິງຟຸກ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າທາງການທູດ ແລະ ບັນດາອົງການຈັດຕັ້ງສາກົນເພດຍິງຢູ່ຫວຽດນາມ ເຊິ່ງໄດ້ຈັດຂຶ້ນຢູ່ ແຂວງຫວິງຟຸກ ຂອງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ.  

ບັນດາເອກອັກຄະລັດຖະທູດຫົວໜ້າອົງການຕາງໜ້າທາງການທູດ ແລະ ບັນດາອົງການຈັດຕັ້ງສາກົນເພດຍິງ ໄດ້ຮ່ວມເດີນທາງພ້ອມກັບ ຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽທິກິມເງິນ ກ່າວຄໍາເຫັນທີ່ການພົບປະ (ພາບ:TTXVN)

        ກ່າວຄໍາເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ໃນຕະຫຼອດໄລຍະອັນຍືດເຍື້ອຍາວນານຂອງປະຫວັດສາດ, ແມ່ຍິງຫວຽດນາມ ເຖິງວ່າໃນຢູ່ຖານະຕໍາແໜ່ງໃດກໍຕາມ ຍາມໃດກໍສະແດງໃຫ້ເຫັນບົດບາດ ແລະ ພູມປັນຍາຂອງຕົນ, ປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ, ສ້າງສາ  ແລະ ປົກປັກຮັກສາປະເທດຊາດ, ກໍຄື ອະນຸລັກຮັກສາມູນເຊື້ອວັດທະນະທໍາອັນດີງາມຂອງປະເທດຊາດ. ແມ່ຍິງຫວຽດນາມ ໃນປັດຈຸບັນ ກໍພວມສືບຕໍ່ຮັກສາບົດບາດສໍາຄັນໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ.

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້ ຫວຽດນາມເປັນກຽດໄດ້ຮັບການເລືອກເຟັ້ນເປັນປະເທດເຈົ້າພາບຈັດຕັ້ງ ກອງປະຊຸມຕາໜ່າງສະມາຊິກລັດຖະສະພາເພດຍິງ ແລະ ກອງປະຊຸມຄະນະກໍາມະການສຶກສາ, ຖະແຫຼງຂ່າວ, ວັດທະນະທໍາ ຂອງ ສະຫະພັນລັດຖະສະພາໃຊ້ພາສາຝລັ່ງ ຢ່າງສໍາເລັດຜົນ. ຫວຽດນາມ ຈະສືບຕໍ່ແມ່ນສະມາຊິກເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນກອງປະຊຸມສະມາຊິກລັດຖະສະພາເພດຍິງ ຢູ່ບັນດາເວທີປາໄສ ສະຫະພັນລັດຖະສະພາໂລກ (IPU), ສະພາລະຫວ່າງສະມາຊິກລັດຖະສະພາສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (AIPA) ແລະ ເວທີປາໄສລັດຖະສະພາ ອາຊີ - ປາຊີຟີກ (APPF). ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ຫວຽດນາມ ມີຄວາມປິຕິຊົມຊື່ນ ເພາະວ່າ ຍາມໃດກໍມີການຮ່ວມເດີນທາງ ແລະ ໄດ້ຮັບການການໜູນຊ່ວຍຈາກປະຊາຄົມສາກົນ ເຊິ່ງຕາງໜ້າແມ່ນບັນດາເອກອັກຄະລັດຖະທູດ ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນເພດຍິງ ຢູ່ຫວຽດນາມ. ຜ່ານພວກເພື່ອນ, ຫວຽດນາມ ໄດ້ຮັບການແບ່ງປັນບັນດາບົກຮຽນອັນລໍ້າຄ່າຈາກບັນດາປະເທດ, ການໜູນຊ່ວຍກ່ຽວກັບແຫຼ່ງຊັບພະຍາກອນມະນຸດ ແລະ ເຕັກນິກ ເພື່ອຊຸກຍູ້ວິວັດການເຊື່ອມໂຍງ, ປະຕິບັດເປົ້າໝາຍທີ່ໄດ້ວາງອອກໃນໂຄງການດໍາເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍຶນຍົງ ມຸ່ງໄປສູ່ການເຕີບໂຕແບມກວມລວມ, ກໍຄືຮ່ວມເດີນທາງກັບ ຫວຽດນາມ ໃນເສັ້ນທາງມຸ່ງໄປສູ່ເປົ້າໝາຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ເພື່ອອະນາຄົດທີ່ຂະຫຍັນຂັນເຄື່ອນ, ກວມລວມ ແລະ ວັດທະນາຖາວອນ”.


 

ຕອບກັບ

ຂ່າວ/ບົດ​ອື່ນ