ບຸນວັນເພັງເດືອນ 8 ດຳເນີນໄປ ຢ່າງຟົດຟື້ນມ່ວນຊື່ນຢູ່ທ້ອງຖິ່ນຕ່າງໆ


(vovworld) - ຕອນຄໍ່າວັນ​ທີ 30/9 ຢູ່ ຮ່າ​ໂນ້ຍ, ສະພາ​​ຮັບຜິດຊອບວຽກ​ງານເຍົາວະ​ຊົນ​ສູນ​ກາງ​ສົມທົບ​ກັບ​ໂທລະພາບ ຫວຽດນາມ, ທະນາຄານ Vietcombank ຈັດ​ຕັ້ງ​ບຸນວັນ​ເພັງ​ເດືອນ 8 ​ໂດ​ຍມີ​ການ​ເຂົ້າ​ຮ່ວມ​ຂອງ​​ເຍົາວະ​ຊົນ 500 ຄົນ​ທີ່ມາ​ຈາກ​ຫລາຍ​ແຂວງ, ນະຄອນ​. ກ່າວ​ຄຳ​ເຫັນ​ໃນ​ງານ​ບຸນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ເນັ້ນ​ຫນັກ​ວ່າ: ຍາ​ມ​ໃດພັກ ​ແລະ ລັດ ກໍ​​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ພວກ​ນ້ອງ​ເຍົາວະ​ຊົນ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ອວຍພອນ​​ໃຫ້​ພວກ​ນ້ອງ​​ໄດ້​ຮັບ​ບຸນວັນ​ເພັງ​ເດືອນ 8 ຢ່າງ​ເບິ​ກ​ບານ​ມ່ວນ​ຊື່ນ, ມີ​ຄວາມ​ໄຝ່ຝັນ​ໃຫມ່ ປະກອບສ່ວນ​​ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ໃຫ້​ແກ່​ພໍ່​ແມ່​, ​ແລະ​ເຮັດ​ໃຫ້ປະ​ເທດ​ຊາດ​ພັດທະນາ. ທີ່​ລາຍການ​ຕ້ອນຮັບ​ບຸນ​ວັນ​ເພັງ​​ເດືອນ 8 ນີ້, ສະພາຮັບຜິດຊອບ​ວຽກ​ງານ​ເຍົາວະ​ຊົນ​ສູນ​ກາງ​ໄດ້​ມອບທຶນ​ສຶກສາ 20 ທຶນ​ໃຫ້​ແກ່​ພວກ​ນ້ອງ​ເຍົາວະ​ຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ລະ​ພູດ​ລວມມູນ​ຄ່າ 5 ລ້ານ​ດົ່ງ.

ບຸນວັນເພັງເດືອນ 8 ດຳເນີນໄປ      ຢ່າງຟົດຟື້ນມ່ວນຊື່ນຢູ່ທ້ອງຖິ່ນຕ່າງໆ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​
ກ່າວ​ຄຳ​ເຫັນ​ໃນ​ບຸນວັນ​ເພັງ​ເດືອນ 8
ພາບ: internet

ສ່ວນ​ຢູ່​ເທດສະບານ Chi Linh ​ແຂວງ Hai Duong ​​ແລະ ຢູ່​ ​ເມືອງ​ເກ​າະ Ly Son ກໍ​ໄດ້​ຈັດ​ບຸນ​ວັນ​ເພັງ​ເດືອນ 8 ​ເພື່ອ​ນຳ​ເອົາ​ຄວາ​ມ​ເບິ​ກບານ​ມ່ວນ​ຊື່​ນໃຫ້​ແກ່​ເດັກນ້ອຍ. ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ຫວຽດນາມ, ສະມາຄົມ​ປົກ​ປ້ອງ​ສິດ​ຂອງ​ເດັກນ້ອຍ ຫວຽດນາມ ​ແລະ ​ແຂວງ Quang Ngai ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ມອບ​ທຶນ​ສຶກສາ​ໃຫ້ແກ່​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ 1.000 ທຶນ, ມອບ​ຂອງຂວັນ​ 6000 ພູດໃຫ້​ແກ່​ເດັກນ້ອຍ​ຢູ່​ເມືອງ​ເກາະ ​ແລະ ລູກ​ຫລານ​ຂອງ​ບັນດາ​ນັກຮົບ​ທີ່​ພວມ​ປະຕິບັດ​ງານ​ຢູ່​ເຂດ​ຊາຍ​ແດນ, ໝູ່​ເກາະ .  ທ່ານ​ນາງ Tran Thi Thanh Thanh ປະທານ​ສະມາຄົມ​ປົກ​ປ້ອງ​ສິດ​ຂອງ​ເດັກນ້ອຍ ຫວຽດນາມ ​ໃຫ້​ຮູ້​ວ່າ​:

        “ພ້ອມ​ກັບ​ເຫດ​ການຈັດ​ຕັ້ງ​ໃຫ້​ແກ່​ເດັກນ້ອຍ, ສະມາຄົມ​ຈະ​ມຸ່ງ​ໄປ​ເຖິງ​ບັນດາ​ເປົ້າ​ໝາຍ​ແມ່ນ​ເດັກ​ອາພັບ, ບໍ່​ທັນ​ໄດ້​ຮັບ​ສິດ​ຂອງ​ຕົນ. ​ເດັກນ້ອຍ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ພູດ​ອຍ, ລູກ​ຫລານ​ຂອງ​ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ. ຈຸດໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ປະຕິບັດ​ສິດ​ຂອງ​ເດັກນ້ອຍ, ​ເຮັດ​ໃຫ້​ເດັກນ້ອຍ​ໄດ້​ຊົມ​ໃຊ້​ສິດ​ຂອງ​ຕົນ ​ແລະ ​ເຂົ້າ​ຮ່ວມ​ການ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ລະ​ເມີດ​ສິດ​ຂອງ​ເດັກນ້ອຍ.”


ຂ່າວ/ບົດ​ອື່ນ