ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ສະເໜີ ອີຢູ ສືບຕໍ່ເລື່ອນກໍານົດເວລາ Brexit

(VOVWORLD) -ພາກສ່ວນທີ່ຖືກສະພາຕໍ່າປະຕິເສດເມື່ອທ້າຍອາທິດຜ່ານມານັ້ນ ຍັງຄົງແມ່ນພາກສ່ວນໜຶ່ງທີ່ນອນໃນຂໍ້ຕົກລົງລະຫວ່າງອັງກິດ ແລະ ອີຢູ.

        ຕອນບ່າຍວັນທີ 02 ເມສາ ຕາມເວລາທ້ອງຖິ່ນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Therasa May ຖະແຫຼງວ່າ ຈະສະເໜີ ອີຢູ ຕໍ່ກໍານົດເວລາ Brexit ຕື່ມອີກ ເພື່ອໃຫ້ມີເວລາແກ້ໄຂ “ທາງຕັນ” ຢູ່ສະພາຕໍ່າ. ໄປຄຽງຄູ່ກັນນັ້ນ, ທ່ານນາງ Therasa May ກໍໃຫ້ຮູ້ວ່າ ຢາກພົບປະກັບທ່ານ Jeremy Corbyn ການນໍາພັກແຮງງານຝ່າຍຄ້າຍ ເພື່ອໃຫ້ສອງຝ່າຍເຫັນດີເປັນເອກະພາບຕໍ່ແຜນການກ່ຽວກັບອະນາຄົດຂອງການພົວພັນລະຫວ່າງ ອັງກິດ ກັບ ອີຢູ.

        ກ່າວຄໍາເຫັນພາຍຫຼັງສິ້ນສຸດກອງປະຊຸມຄະນະລັດຖະບານ ເພື່ອແນໃສ່ແກ້ໄຂທາງຕັນໃນປັດຈຸບັນທີ່ກ່ຽວຂ້ອງເຖິງບັນຫາ Brexit, ທ່ານນາງນາຍົກລັດຖະມົນຕີ Therasa May ໃຫ້ຮູ້ວ່າ ທ່ານຢາກໃຫ້ພັກນິຍົມຮັກສາເດີມ ແລະ ພັກແຮງງານຝ່າຍຄ້ານ ເຫັນດີເປັນເອກະພາບຕໍ່ແຜນການ Brexit ໃໝ່ ແລະ ນໍາມາປ່ອນບັດຢູ່ສະພາຕໍ່າ ກ່ອນວັນທີ 10 ເມສາ. ເຮື່ອງຈາກວ່າ ນັ້ນກໍແມ່ນວັນທີ່ ອີຢູ ດໍາເນີນກອງປະຊຸມສຸດຍອດດ່ວນ ກ່ຽວກັບບັນຫາ Brexit. ສ່ວນການນໍາພັກແຮງງານຝ່າຍຄ້ານ ຖືວ່າ ສະພາຕໍ່າຄວນປ່ອນບັດກ່ຽວກັບບັນດາການເລືອກເຟັ້ນອື່ນອີກ ເພື່ອແທນໃຫ້ກອບອະນາຄົດຂອງບັນດາການພົວພັນລະຫວ່າງອັງກິດ ແລະ ອີຢູ ໃຫ້ໄວທີີ່ສຸດເທົ່າທີີ່ຈະໄວໄດ້.

        ເຖິງຢ່າງໃດກໍຕາມ, ທ່ານນາງ Therasa May ຢັ້ນຢືນວ່າ ພາກສ່ວນທີ່ຖືກສະພາຕໍ່າປະຕິເສດເມື່ອທ້າຍອາທິດຜ່ານມານັ້ນ ຍັງຄົງແມ່ນພາກສ່ວນໜຶ່ງທີ່ນອນໃນຂໍ້ຕົກລົງລະຫວ່າງອັງກິດ ແລະ ອີຢູ.


ຕອບກັບ

ຂ່າວ/ບົດ​ອື່ນ