ບັນຫາ Brexit: ອີຢູ ຢັ້ງຢືນຄວາມພ້ອມໃຫ້ແກ່ການ Brexit ບໍ່ມີຂໍ້ຕົກລົງ

(VOVWORLD) -ວັນທີ 10 ກັນຍາ, ທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີຣົບ (EC) ໄດ້ຖະແຫຼງວ່າ ສະຫະພາບເອີຣົບ (ອີຢູ) ໄດ້ສໍາເລັດການກະກຽມໃຫ້ແກ່ເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ (Brexit) ໂດຍ “ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ”, ແຕ່ກໍຢັ້ງຢືນວ່າ ການຖອນຕົວອອກຈາກ ອີຢູ ຄືແນວນັ້ນ ຈະບໍ່ມີປະໂຫຍດຫຍັງໃຫ້ແກ່ ອີຢູ ແລະ ອັງກິດ.   
ບັນຫາ Brexit:  ອີຢູ ຢັ້ງຢືນຄວາມພ້ອມໃຫ້ແກ່ການ Brexit ບໍ່ມີຂໍ້ຕົກລົງ - ảnh 1ທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີຣົບ (ພາບ: Reuters)

 ທ່ານນາງ Ursula von der Leyen ຢັ້ງຢືນວ່າ Brexit ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນໃນການພົວພັນໃໝ່ລະຫວ່າງ ອັງກິດ ແລະ ອີຢູ ເທົ່ານັ້ນ, ຫາກບໍ່ແມ່ນການສິ້ນສຸດ. ໃນຄໍາກ່າວເຕືອນຕໍ່ຜູ້ທີ່ສະໜັບສະໜູນການ Brexit ນັ້ນ, ທ່ານນາງ Ursula von der Leyen ຢັ້ງຢືນວ່າ ສອງຝ່າຍ ຈະຕ້ອງຮ່ວມມືກັນເພື່ອສ້າງການພົວພັນຄືນໃໝ່ ພາຍຫຼັງອັງກິດຖອນຕົວອອກຈາກ ອີຢູ.

ໃນຂະນະນັ້ນ, ວັນທີ 10 ກັນຍາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຢັ່ງຢືນວ່າ ທ່ານຈະບໍ່ຕໍ່ກໍານົດວັນເວລາ Brexit  ຄາດວ່າຈະແມ່ນວັນທີ 31 ຕຸລາ ຈະມາເຖິງ. ທ່ານ Boris Johnson ຢັ້ງຢືນວ່າ ລັດຖະບານຈະເພີ່ມທະວີຄວາມກົດດັນເພື່ອເຈລະຈາຂໍ້ຕົກລົງ Brexit ກັບ ອີຢູ, ແຕ່ພ້ອມກັນນັ້ນ ຍັງຄົງກະກຽມໃຫ້ແກ່ກໍລະນີ Brexit ໂດຍບໍ່ມີຂໍ້ຕົກລົງ.


ຕອບກັບ

ຂ່າວ/ບົດ​ອື່ນ