ບັນຫາ Brexit: ອີຢູ ແລະ ອັງກິດ ຍັງມີທັດສະນະທີ່ແຕກຕ່າງກັນໃນການເຈລະຈາ

(VOVWORLD) -ວັນທີ 25 ກັນຍາ, ຢູ່ບຣຸກແຊນ, ປະເທດແບນຊິກ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາກ່ຽວກັບ Brexit ຂອງສະຫະພາບເອີລົບ (ອີຢູ) ຢືນຢັນວ່າ

ບັນຫາ Brexit: ອີຢູ ແລະ ອັງກິດ ຍັງມີທັດສະນະທີ່ແຕກຕ່າງກັນໃນການເຈລະຈາ - ảnh 1ທ່ານ David Davis ແລະ ທ່ານ Michel Barnier

(ພາບປະກອບ: THX/ TTXVN)

ບັນດາການເຈລະຈາທີ່ກ່ຽວຂ້ອງເຖິງໄລຍະຂ້າມຜ່ານພາຍຫຼັງອັງກິດ ຖອນຕົວອອກຈາກອີຢູ ຈະເລີ່ມຕົ້ນກໍ່ຕໍ່ເມື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບ 3 ບຸລິມະສິດຕົ້ນຕໍ່ໃນໄລຍະທຳອິດຂອງການຖອນຕົວອອກດັ່ງກ່າວ. ສ່ວນທ່ານ David Davis, ຫົວໜ້າຄະນະເຈລະຈາຂອງອັງກິດ ກ່ຽວກັບ Brexit ພັດເນັ້ນໜັກຄວາມປາດຖະໜາຂອງຝ່າຍອັງກິດ ແມ່ນບັນດາບັນຫາຫຼັກແຫຼ່ງຈະໄດ້ຍົກອອກມາເຈລະຈາພ້ອມກັນ ແລະ ພິເສດກ່ຽວກັບບັນຫາ “ການຊຳລະເງິນໃນການຖອນອອກຈາກອີຢູ” ຈະໄດ້ຕິດຄັດພ້ອມກັບຂໍ້ຕົກລົງກ່ຽວກັບການພົວພັນໃນອະນາຄົດລະຫວ່າງ 2 ຝ່າຍ. ທ່ານ David Davis ໄດ້ຍົກອອກເງື່ອນໄຂຕົກລົງກ່ຽວກັບ “ການຊຳລະເງິນໃນການຖອນອອກຈາກອີຢູ” ເພື່ອກ້າວໄປເຖິງຄວາມເປັນເອກະພາບກ່ຽວກັບການພົວພັນຄູ່ຮ່ວມມືໃໝ່ລະຫວ່າງລອນດອນ ແລະ ບຣຸກແຊນ. ທ່ານ Michel Barnier ຖະແຫຼງວ່າ ອີຢູ ກຽມພ້ອມຈະຮັບຟັງ ແລະ ປາດຖະໜາວ່າ ຝ່າຍອັງກິດ ຈະອະທິບາຍບົດກ່າວປາໄສຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ທີ່ຮອບເຈລະຈາຄັ້ງນີ້ ເພື່ອສາມາດເຂົ້າໃຈແຈ້ງກວ່າກ່ຽວກັບທັດສະນະຂອງລອນດອນ. ທ່ານຖືວ່າ, ນີ້ແມ່ນບັນຫາສຳຄັນ ແລະ ມັນຊ່ວຍໃຫ້ 2 ຝ່າຍສາມາດບັນລຸໄດ້ຄວາມກ້າວໜ້າໃນຮອບເຈລະຈາໃນອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ