ບັນຫາ Brexit: ແຜນການຂອງນາຍົກລັດຖະມົນຕີ May ຕໍ່ໜ້າຄວາມສ່ຽງຖືກປະລາໄຊ

(VOVWORLD) - ເລື່ອງທ່ານ Johnson ລາອອກຈາກຕຳແໜ່ງພາຍຫຼັງທີ່ໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຂອງທ່ານ David Davis, ລັດຖະມົນຕີຮັບຜິດຊອບບັນຫາ Brexit ໄດ້ຮັບການອະນຸມັດຈາກທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຍັງບໍ່ເຕັມວັນໜຶ່ງ

ບັນຫາ Brexit: ແຜນການຂອງນາຍົກລັດຖະມົນຕີ May ຕໍ່ໜ້າຄວາມສ່ຽງຖືກປະລາໄຊ - ảnh 1

ທ່ານ Boris Johnson 

(ພາບ: EPA/TTXVN)

ວັນທີ 9 ກໍລະກົດ, ເວທີການເມືອງ ອັງກິດ ໄດ້ມີໄລຍະຕ້ອງຮັບມືກັບ “ກະແສຟອງຢ່າງຮ້າຍແຮງ” ອີກຄັ້ງໜຶ່ງເມື່ອທ່ານ Boris Johnson ໄດ້ຢື່ນສະເໜີໃບຄຳຮ້ອງຂໍລາອອກຈາກຕຳແໜ່ງ ເພື່ອແນໃສ່ຄັດຄ້ານບັນດາແຜນການຂອງລັດຖະບານກ່ຽວກັບການພົວພັນດ້ານການຄ້າທີ່ສະໜິດສະໜົມກັບສະຫະພາບເອີລົບ (EU) ພາຍຫຼັງທີ່ ອັງກິດ ຖອນຕົວອອກຈາກກຸ່ມນີ້ິ້.     ເລື່ອງທ່ານ Johnson ລາອອກຈາກຕຳແໜ່ງພາຍຫຼັງທີ່ໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຂອງທ່ານ David Davis, ລັດຖະມົນຕີຮັບຜິດຊອບບັນຫາ Brexit ໄດ້ຮັບການອະນຸມັດຈາກທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຍັງບໍ່ເຕັມວັນໜຶ່ງ, ນີ້ໄດ້ສະແດງໃຫ້ເຫັນບັນດາແຜນການຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ ພວມຢື່ນຢູ່ຕໍ່ໜ້າຄວາມສ່ຽງໃນການຖືກ “ແບ່ງແຍກເປັນຮ້ອຍສ່ວນ”. ການຂໍລາອອກຈາກຕຳແໜ່ງຂອງການນຳ 2 ທ່ານທີ່ເຄີຍມີຄວາມໃກ້ຊິດຕິດພັນກັບທ່ານນາງ May ໃນເວລາທຳອິດທີ່່ທ່ານນາງດຳລົງຕຳແໜ່ງໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍເພື່ອນຳປະເທດ ອັງກິດ ໃຫ້ “ມີຄວາມປອດໄພ” ໃນການຖອນຕົວອອກຈາກ EU ໄດ້ສະແດງໃຫ້ເຫັນວ່າທ່ານນາງ ພວມຕ້ອງນຳໜ້າລັດຖະບານບໍ່ສາມາດມີຄວາມສາມັກຄີໃນການສ້າງນະໂຍບາຍພົວພັນຕ່າງປະເທດ ແລະ ການຄ້າໃນໄລຍະມີການມອບໂອນສຳຄັນທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ