ບັນຫາ Brexit: ໂອກາດທີ່ ອັງກິດຈະບັນລຸໄດ້ຂໍ້ຕົກລົງຈາກ ອີຢູ ແມ່ນມີໜ້ອຍທີ່ສຸດ

(VOVWORLD) -   ວັນທີ 30 ສິງຫາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຮູ້ວ່າ ສະຫະພາບເອີຣົບ (ອີຢູ) ຈະບໍ່ໃຫ້ ອັງກິດ ລົງນາມໃນຂໍ້ຕົກລົງຖອນຕົວອອກຈາກ ອີຢູໄດ້ ຄືດັ່ງຄວາມປາດຖະໜາຂອງ ລອນດອນ ຖ້າຫາກ ສໍາພັນທະມິດນີ້ ຍັງມີຄວາມເຊື່ອໝັ້ນວ່າ ອາດຈະຕ່າວປີ້ນເລື່ອງອັງກິດຖອນຕົວອອກຈາກ ອີຢູ ຫຼືຍັງເອີ້ນວ່າ Brexit.
ບັນຫາ Brexit: ໂອກາດທີ່ ອັງກິດຈະບັນລຸໄດ້ຂໍ້ຕົກລົງຈາກ ອີຢູ ແມ່ນມີໜ້ອຍທີ່ສຸດ - ảnh 1 ທ່ານນາຍົກລັດຖະມົນຕີ ອັງກິດ Johnson  (ພາບ: TTXVN)

ເມື່ອຕອບສໍາພາດຕໍ່ສໍານັກຂ່າວ Sky News, ທ່ານນາຍົກລັດຖະມົນຕີ ອັງກິດ Johnson ໄດ້ສະແດງຄວາມປາດຖະໜາວ່າ ນັບມື້ນັບມີຫຼາຍຄູ່ຮ່ວມມືຂອງອັງກິດໃນ ອີຢູ ຄິດວ່າ ສາມາດເລື່ອນວັນເວລາ Brexit ແລະ ສະພາແຫ່ງຊາດ ອັງກິດ ອາດຈະຄວບຄຸມລັດຖະບານໄດ້. ສິ່ງດັ່ງກ່າວກໍຄ້າຍຄືກັນກັບເລື່ອງ ໂອກາດທີ່ ບຣຸກແຊນ ມອບໃຫ້ ລອນດອນ ດໍາເນີນການເຈລະຈາ ເຊິ່ງອັງກິດຕ້ອງການ ແມ່ນໜ້ອຍທີ່ສຸດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ Johnson ກໍກ່າວເຕືອນວ່າ ຖ້າຫາກບັນດາສະມາຊິກລັດຖະສະພາຊອກຫາວິທີສະກັດກັ້ນ ຫຼື ເລື່ອນວັນເວລາ Brexit ອອກໄປຕື່ມ ພາຍຫຼັງວັນທີ 31 ຕຸລາ, ສິ່ງດັ່ງກ່າວຈະກໍ່ຜົນເສຍຫາຍໃນໄລຍະຍາວ ສໍາລັບບັນດາພັກຝ່າຍການເມືອງໃຫຍ່ຢູ່ ອັງກິດ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນທີ່ມີຕໍ່ພື້ນຖານການເມືອງ.

        ບັນດາສະມາຊິກລັດຖະສະພາຝ່າຍຄ້ານ ແລະ ສະມາຊິກລັດຖະສະພາຈໍານວນໜຶ່ງໃນພັກຮັກສາເດີມ ຂອງທ່ານນາຍົກລັດຖະມົນຕີ Johnson ຢາກສ້າງຮ່າງກົດໝາຍສະບັບໜຶ່ງ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງ Brexit ບໍ່ມີຂໍ້ຕົກລົງ. ເຖິງຢ່າງໃດກໍຕາມ ທ່ານນາຍົກລັດຖະມົນຕີ Johnson ກໍ່ຖືວ່າ ເລື່ອງກະກຽມໃຫ້ແກ່ການ Brexit “ແຂງ” ຈະອະນຸຍາດໃຫ້ລັດຖະບານບັນລຸໄດ້ຂໍ້ຕົກລົງ ກັບ ອີຢູ.


ຕອບກັບ

ຂ່າວ/ບົດ​ອື່ນ