ບັນຫາBrexit:ອັງກິດ,ອີຢູຍັງບໍ່ທັນຊອກໄດ້ສຽງເວົ້າລວມສຳລັບບັນຫາສິດພົນລະເມືອງ

(VOVWORLD) - ບົດບາດຂອງສານຍຸຕິທຳເອີລົບ (ECJ) ພວມແມ່ນຈຸດສຸມກໍ່ຄວາມບໍ່ລົງລອຍກັນລະຫວ່າງ ອັງກິດ ແລະ ສະຫະພາບເອີລົບ (EU) ສຳລັບບັນຫາບັນດາສິດພົນລະເມືອງ. 
ບັນຫາBrexit:ອັງກິດ,ອີຢູຍັງບໍ່ທັນຊອກໄດ້ສຽງເວົ້າລວມສຳລັບບັນຫາສິດພົນລະເມືອງ - ảnh 1 ພາບປະກອບ

ທີ່ການປະຊຸມດຳເນີນ ຢູ່ ສ. ເຊັກໂກ ເມື່ອວັນທີ 22 ກໍລະກົດ, ທ່ານ David Davis ລັດຖະມົນຕີ ຮັບຜິດຊອບບັນຫາ Brexit ຂອງອັງກິດ ໄດ້ຢືນຢັນວ່າ: ລັດຖະບານ ອັງກິດ ມີຄວາມເອົາໃຈໃສ່ເຖິງເລື່ອງບັນລຸຂໍ້ຕົກລົງບັນດາສິດຂອງພົນລະເມືອງ EU ທີ່ພວມດຳລົງຊີວິດຢູ່ ອັງກິດ ໂດຍໄວ. ເຖິງຢ່າງໃດກໍຕາມ ທ່ານ David Davis ໃຫ້ຮູ້ວ່າ ບໍ່ພ້ອມແລ້ວປຶກສາຫາລືກັບຄຳຮຽກຮ້ອງຂອງ EU ກ່ຽວກັບບົດບາດຂອງ ECJ ໃນການປົກປ້ອງສິດຜົນປະໂຫຍດຂອງ ພົນລະເມືອງ EU ທີ່ພວມດຳລົງຊີວິດຢູ່ ອັງກິດ.

ທີ່ການພົບປະ ລະຫວ່າງທ່ານລັດຖະມົນຕີ David Davis ກັບລັດຖະມົນຕີການຕ່າງປະເທດ ເຊັກໂກ Lubomir Zaoralek ໃນວັນທີ 25 ກໍລະກົດ ຢູ່ ນະຄອນຫລວງ ປະຣາຮາ ປະເທດ ເຊັກໂກ, ທ່ານ  Davis ໃຫ້ຮູ້ວ່າ: ລັດຖະບານອັງກິດ ມີເຈດຈຳນົງ ນຳເຂົ້າກົດໝາຍບັນດາສິດພົນລະເມືອງ EU ຢູ່ ອັງກິດ ແລະ ກົດໝາຍສະບັບນີ້ ຈະຢູ່ໃຕ້ການຕິດຕາມກວດກາຂອງສານ ອັງກິດ. 

ຕອບກັບ

ຂ່າວ/ບົດ​ອື່ນ