ບັ​ນ​ຫາ​ຕ້ານ​ການກໍ່​ການ​ຮ້າຍ: ຫົວໜ້າກ​ຸ່ມ​ກໍ່​ການ​ຮ້​າຍໄລ​ຍະ​ຍາວ​ທີ່​ສຸດ​ຢູ່ ອິນ​ໂດ​ເນ​ເຊຍ​ຖືກຈ​ັບ​ຕົ​ວ

(VOVWORLD) - ທ້າຍອາທິດຜ່ານມາກຳລັງຕຳຫຼວດຕ້ານການກໍ່ການຮ້າຍປະເທດນີ້ໄດ້ຈັບຕົວPara Wijayanto ພ້ອມກັບເມຍ ຢູ່ໂຮງແຮມແຫ່ງໜຶ່ງທີ່ Bekasi, ຊານເມືອງ ນະຄອນຫຼວງ Jakarta.
ບັ​ນ​ຫາ​ຕ້ານ​ການກໍ່​ການ​ຮ້າຍ: ຫົວໜ້າກ​ຸ່ມ​ກໍ່​ການ​ຮ້​າຍໄລ​ຍະ​ຍາວ​ທີ່​ສຸດ​ຢູ່ ອິນ​ໂດ​ເນ​ເຊຍ​ຖືກຈ​ັບ​ຕົ​ວ - ảnh 1ຕຳຫຼວດອິນໂດເນເຊຍ ປະກາດວ່າ ໄດ້ຈັບຕົວຫົວໜ້າ ຂອງ Jemaah Islamiah (ພາບ: Kyodo News) 

      ວັນທີ 1 ກໍລະກົດ, ຕຳຫຼວດອິນໂດເນເຊຍ ປະກາດວ່າ ໄດ້ຈັບຕົວຫົວໜ້າ ຂອງ Jemaah Islamiah (JI), ເຊິ່ງເປັນກຸ່ມກໍ່ການຮ້າຍຫົວຮຸນແຮງທີ່ມີການພົວພັນກັບເຄືອຂ່າຍ Al Qaeda ແລະ ແມ່ນ ຕົວການປະຕິບັດບັນດາເຫດວາງລະເບີດໃນເກາະ Bali ເມື່ອປີ 2002 ເຮັດໃຫ້ ມີຜູ້ເສຍຊີວິດກ່ວາ 200 ຄົນ. ທ່ານ ພົນຈັດຕະວາ Dedi Prasetyo ໂຄສົກຂອງຕຳຫຼວດອິນໂດເນເຊຍ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາກຳລັງຕຳຫຼວດຕ້ານການກໍ່ການຮ້າຍປະເທດນີ້ໄດ້ຈັບຕົວ Para Wijayanto ພ້ອມກັບເມຍ ຢູ່ໂຮງແຮມແຫ່ງໜຶ່ງທີ່ Bekasi, ຊານເມືອງ ນະຄອນຫຼວງ Jakarta.

ຕອບກັບ

ຂ່າວ/ບົດ​ອື່ນ