ບັນຫາທະເລຕາເວັນອອກຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມຂັ້ນສູງອາຊຽນຄັ້ງທີ26

ບັນຫາທະເລຕາເວັນອອກຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມຂັ້ນສູງອາຊຽນຄັ້ງທີ26 - ảnh 1
ພາບ​ປະ​ກອບ

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 24/4, ​ກ່ຽວ​ກັບ​ກ​ອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 26, ຢູ່​ສູນກອງ​ປະ​ຊຸມ Kuala Lumpur, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ Anifah Aman ໃຫ້​ຮູ້​ວ່າ: ກ​ອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 26 ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ Kuala Lumpur ແລະ ເກາະ Langkawi ຂຶ້ນ​ກັບ​ລັດ Kedah, ໃນ​ລະ​ຫວ່າງວັນ​ທີ 26 – 27/4. ກ​ອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 26 ຈະ​ແມ່ນ​ເຫດ​ການ​ທຳ​ອິດ​ເຊິ່ງ​ບັນ​ດາ​ກາ​ນ​ນຳ ອາ​ຊຽນ ໂຮມ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ​ເພື່ອ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ດຳ​ເນີນ​ງານ ແລະ ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ ອາ​ຊຽນ ໃນ​ປີ 2015. ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ທ້າຍ​ປີນີ້​ຈະ​ແມ່ນ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ໂຄງ​ການ​ດຳ​ເນີນ​ງານ.

ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ Anifah Aman ໃຫ້​ຮູ້​ວ່າ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ຈະ​ໄດ້​ນ​ຳ​ມາ​ປຶກ​ສາ​ຫາ​ລື​ຢ່າງ​ລະ​ອຽດ​ຢູ່​ຂັ້ນ​ລັດ​ຖະ​ມົນ​ຕີ ແລະ ຂັ້ນ​ປະ​ມຸກ​ລັດ​ໃນ​ກອງ​ປະ​ຊຸມ. ຕາມ​ທ່ານ Anifah Aman ແລ້ວ, ກອງ​ປະ​ຊຸມກໍ່​ໄດ້​ເຕື້ອງ​ເຖິງ​ໄພ​ນາບ​ຂູ່​ຈາກ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ, ພິ​ເສດ​ແມ່ນ​ສຳ​ລັບ ບ​ຣູ​ໄນ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ, ບັນ​ດາ​ປະ​ເທດ​ມີ​ຊາວ​ມຸດ​ສະ​ລິມ​ເປັນ​ຈຳ​ນວນຫຼວງຫຼາຍ. ອາ​ຊຽນ ກໍ່​ໄດ້​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂບັນ​ຫາ​ຊາວ Rohingya ສ່ວນ​ໜ້ອຍ​ຢູ່ ມຽນ​ມາ, ບັນ​ຫາ​ນີ້ບໍ່​ພຽງ​ແຕ່​ຂອງ ມຽນ​ມາ ເທົ່​ານັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ສົນ​ໃຈ​ຂອງ ອາ​ຊຽນ ອີ​ກ​ດ້ວຍ.


ຂ່າວ/ບົດ​ອື່ນ