ບັນຫາທະເລຕາເວັນອອກທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ(SOM)ASEAN-ຈີນ

ບັນຫາທະເລຕາເວັນອອກທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ(SOM)ASEAN-ຈີນ - ảnh 1
ກຳ່ປັ່ນລາດຕາເວນຂອງ ຈີນ ຢູ່ທະເລຕາເວັນອອກ
(ພາບ: ສຳນັກຂ່າວສານຊິນຮວາ)

(vovworld) – ​ວັນ​ທີ 9/6, ກອງ​ປະຊຸມ​ຄັ້ງ​ທີ 12 ຂອງ​ບັນດາ​ເຈົ້າ​ໜ້າ​ອາວຸ​ໂສ ອາ​ຊຽນ - ຈີນ (SOM) ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ປຶກສາ​ການ​ເມືອງ​ກ່ຽວ​ກັບ​ການກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕ​າເວັນ​ອອກ (COC) ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນ ຮ້າ​ລອງ, ​ແຂວງ ກວາງ​ນີງ, ປະ​ເທດ ຫວຽດນາມ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ຈີນ ​ແລະ ສິງ​ກະ​ໂປ, ​ເຊິ່ງ​ແມ່ນ​ປະ​ເທດ​ປະສານ​​ການ​ພົວພັນ ອາ​ຊຽນ - ຈີນ. ທ່ານ ​ເລ​ຮ່ວາຍ​ຈູງ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ, ຫົວໜ້າ SOM ASEAN ຂອງ ຫວຽດນາມ ນຳໜ້າ​ຄະນະ ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ປະ​ເທດ ອາ​ຊຽນ ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ຜັນ​ແປ​ຫວ່າງມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງທະ​ເລ​ຕາ​ເວັນ​ອອກ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້. ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ຢັ້ງຢືນ​ຄືນ​ໃໝ່​ຄວາມ​ສຳຄັນ ​ແລະ ​ໃຫ້ຄຳ​ໝັ້ນ​ສັນຍາ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ, ປະກອບ​ສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ ​ແລະ ການບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ປະ​ເທດ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ SOM ​ແລະ ກອງປະຊຸມ​ກຸ່ມປະຕິບັດ​ງາ​ນຮ່ວມ​ຄັ້ງ​ທີ 17 ອາ​ຊຽນ - ຈີນ (JWG) ຄັ້ງ​ຕໍ່​ໄປ ​ໃນ​ເດືອນ 8/2016 ຢູ່ປະ​ເທດ ຈີນ. ກອງ​ປະຊຸມ​ກໍ່​ໄດ້​ແລກປ່ຽນ ​ແລະ ປະ​ຕິ​ບັດ​ສຳ​ເລັດ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ພິ​ເສດ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ຈີນ, ​ເຊິ່ງ​ໄດ້ຈັດ​ຕັ້ງ​ໃນ​ວັນ​ທີ 14/6/2016 ຢູ່ກົນ​ໜິນ, ປະ​ເທດ​ຈີນ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ຢັ້ງຢືນ​ວ່າ: ຫວຽດນາມ ​- ອາ​ຊຽນ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຈີນ, ​ພ້ອມ​ທັງເນັ້ນ​ວ່າ​ໜັກ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕິດ​ພັນ​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ບັນດາ​ປະ​ເທດຢູ່​ໃນ ​ແລະ ນອກ​ພາກ​ພື້ນ, ຮຽກ​ຮ້ອງ​ໃຫ​້ ອາ​ຊຽນ ​ແລະ ຈີນ ຕ້ອງ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ກ່ຽວກັບ​ການ​ສ້າງ DOC, ທ່ານ ​ເລ​ຮ່ວາຍ​ຈູງ ​ເນັ້ນ​ໜັກ​ຄວາມ​ຮີບ​ດ່ວນ​ຂອງ​ການ​ສ້າງ​ສຳ​ເລັດ COC ​ເພື່ອ​ແນ​ໃສ່​ຄຸ້ມຄອງ ​ແລະ ສະກັດ​ກັ້ນ​ການ​ປະ​ທະ​ກັນ, ສ້າງສ​ະ​ພາບ​​​ແວດ​ລ​້ອມສະດວ​ກ​ໃຫ້​ແກ່​ການ​​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ໂດຍ​ສັນຕິວິທີ, ສະ​ເໜີ​ເພີ່ມ​ທະວີ​ການ​ຈັດ​ກອງ​ປະຊຸມ ​ແລະ ​ແລກປ່ຽນ​ບັນດາ​ບັນຫາ​ແທດ​ຈິງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​​ໂຄ​ງຮ່າງ ​ແລະ ​ໄລຍະ​​ເວລາສ້າງ​ສຳ​ເລັດ COC.



ຂ່າວ/ບົດ​ອື່ນ