ບັນຫາທະເລຕາເວັນອອກແມ່ນຫົວຂໍ້ຕົ້ນຕໍໃນກອງປະຊຸມShangriLa

ບັນຫາທະເລຕາເວັນອອກແມ່ນຫົວຂໍ້ຕົ້ນຕໍໃນກອງປະຊຸມShangriLa - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

(vovworld) –  ​ກອງ​ປະຊຸມ Shangri La ສິ້ນ​ສຸ​ດລົງ​ໃນ​ວັນ​ທີ 5/6 ພາຍຫຼັງ​​ວາລະ​ປຶກສາ​ຫາລື​ຫຼາຍ​ຄັ້ງ​ຢ່າງ​ຕໍ່​ເນື່ອງ​ທີ່​ດຳ​ເນີນ​​​ໃນ​ລະຫວ່າງ​ວັນ​ທີ 3 – 5/6. ມີ​ຜູ້​ແທນ​ເກືອບ 600 ທ່ານ​ທີ່​ມາ​ຈາກ 30 ປະ​ເທດທັງ​ຢູ່​ພາຍ​​ໃນ ​ແລະ ນອກ​ພາກ​ພື້ນ ​ໄດ້​ປຶກສາ​ຫາລືຢ່າງ​ຟົດ​ຟື້ນ 4 ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ນັ້ນ​ແມ່ນ: ​ຄວບ​ຄຸມການ​ແກ່ງ​ແຍ້​ງດ້ານ​ການ​ທະຫານ​ຢູ່ ອາຊີ, ສິ່ງ​ທ້າ​ທາຍ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ, ການປະຕິບັດ​ຕາມ​ຈຸດໝາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ລວມ ​ແລະ ການສ້າງ​ຕັ້ງ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ໃນ​​ໄລຍະ​ຕ່າງໆ. ​ໂດຍ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ມີ​ການ​ຜັນ​​ແປ​ຢ່າງ​ສັບສົນ ຍ້ອນ ຈີນ ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຖົມ​ດິນ​ຢູ່​ບັນດາ​ເກາະ​ເຊິ່ງປະ​ເທດ​ນີ້​ພວມ​ຢຶດຄອງ​ຢ່າງ​ຜິດ​ກົດໝາຍ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ Shangri La ປີ​ນີ້​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ