ບັ້ນເຄື່ອນໄຫວລະດູ ບານໃໝ່ອາສາ ສະໝັກ ປີ 2014


ບັ້ນເຄື່ອນໄຫວລະດູ ບານໃໝ່ອາສາ ສະໝັກ ປີ 2014 - ảnh 1

(ພາບ: .baomoi.com)

 (vovworld)-  ຕອນ​ເຊົ້າວັນ​ທີ 5/1, ສະ​ນາ​ຄົມ​ນັກ​ສຶກສາ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​​ເປີດ​ບັ້ນ​ເຄື່ອນ​ໄຫວລະດູບານ​ໃໝ່​ອາສາ​ສະໝັກຄັ້ງທີ 6-​ປີ 2014.

  ບັ້ນ​ເຄື່ອນ​ໄຫວລະດູບານ​ໃໝ່​ອາສາ​ສະໝັກປີ​ນີ້ ສືບ​ຕໍ່​ໄດ້​ຮັບ​ການຈັດຕັງຂຶ້ນ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ອຸດົມ​ສົບ​ບຸນ. ທ່ານ​ຟ້າ​ມກ່ຽວ​ຮຶງ, ຮອງ​ປະທານສະ​ນາ​ຄົມ​ນັກ​ສຶກສາ​ນະຄອນ​ໂຮ່ຈິ​ມິນ, ຫົ​ວໜ້າບັ້ນ​ເຄື່ອນ​ໄຫວລະດູບານ​ໃໝ່​ອາສາ​ສະໝັກປີ 2014 ​ໃຫ້​ຮູ້​ວ່າ:

   “ປີ​ນີ້​ພວກ​ຂ້າພະ​ເຈົ້າຈະ​​ເຕົ້າ​ໂຮມ​ນັກ​ອາສາ​ສາ​ໝັກ​ໃນ​ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນປີ​ໃໝ່​ປະຈຳ​ຊາດ, ບັນດາ​ນັກ​ອາສາ​ສະໝັກ​ຈະ​ຖືກສ້າງ​ເປັນ​ໜ່ວຍ​ ເພື່ອ​ໄປ​ຍັງ​ບັນດາ​ເຂດ​ຕະຫຼາດ, ​ເຂດ​ຂອງ​ຜູ້​ອອກ​ແຮງ​ງານ​ທຸກ​ຍາກຂອງນະຄອນ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ໂດຍ​ກົງ. ຄຽງ​ຄູ່​ກັນນັ້ນ, ພວກ​ຂ້າພະ​ເຈົ້າຍັງ​ຈະ​ສ້າງຕັ້ງໜ່ວຍ​ຖ່າຍຮູບຕ່າງໆ​ເພື່ອຖ່າ​ຍຮູບ​ການ​ເຕົ້າ​ໂຮມ​ຂອງ ປຊຊ ນະຄອນ, ຂອງ​ນັກ​ສຶກສາ​ໃນ​ພາ​ເຂົ້າທ້າຍ​ປີ, ຫຼັງ​ຈາກ​ນັນຈະ​ມອບ​ໃຫ້​ເຂົາ​ເຈົ້າ​ໃນ​ຈຸດ​ເວລາ​ສົ່ງທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່“.

 

ຂ່າວ/ບົດ​ອື່ນ