ບຸນ​ເຕັດ​ວົງ​ຄະ​ນະ​ຍາດ​ຂອງ ຊາວ​ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ

(VOVWORLD) -  ນັກສຶກສາ ຫວຽດນາມ ແລະ ຊາວໜຸ່ມ ຫວຽດນາມ ຢູ່ການາດາ ໄດ້ສ້າງບັນດາຈຸດໃໝ່ອ່ຽມ ໃນລາຍການວົງຄະນະຍາດ ປີມະໂລງດ້ວຍການສະແດງສິລະປະ ກ່ຽວກັບພາບພົດຂອງບ້ານເກີດເມືອງນອນ, ປະເທດຊາດຍາມລະດູບານໃໝ່ວຽນມາ.
ບຸນ​ເຕັດ​ວົງ​ຄະ​ນະ​ຍາດ​ຂອງ ຊາວ​ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ - ảnh 1ບັນດາໄວໜຸ່ມຫວຽດນາມ ຢູ່ການາດາ (ພາບ: TTXVN)

ວັນທີ 3 ກຸມພາ, ຢູ່ນະຄອນ  Ottawa, ປະເທດ ການາດາ ສະຖານທູດ ຫວຽດນາມ ປະຈຳ ການາດາ ໄດ້ຈັດບຸນເຕັດວົງຄະນະຍາດ ໃນບັນຍາກາດເບີກບານມ່ວນຊື່ນ ແລະ ອົບອຸ່ນ, ປະກອບສວ່ນພ້ອມກັບພໍ່ແມ່ປະຊາຊົນຮັກສາສີສັນວັດທະນະທຳ, ການສຶກສາມູນເຊື້ອຊົນຊາດໃຫ້ແກ່ຄົນລຸ້ນໜຸ່ມຫວຽດນາມ ຢູ່ການາດາ. ເຫດການດຶງດູດການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນໃນທົ່ວປະເທດ ການາດາ, ພິເສດແມ່ນມີການເຂົ້າຮ່ວມຂອງນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ການາດາ, ກໍ່ຄືຊາວໜຸ່ມ ຫວຽດນາມ ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ທີ່ນີ້. ນັກສຶກສາ ຫວຽດນາມ ແລະ ຊາວໜຸ່ມ ຫວຽດນາມ ຢູ່ການາດາ ໄດ້ສ້າງບັນດາຈຸດໃໝ່ອ່ຽມ ໃນລາຍການວົງຄະນະຍາດ ປີມະໂລງດ້ວຍການສະແດງສິລະປະ ກ່ຽວກັບພາບພົດຂອງບ້ານເກີດເມືອງນອນ, ປະເທດຊາດຍາມລະດູບານໃໝ່ວຽນມາ.

ຢູ່ ອານເຊຣີ, ຕອນຄ່ຳວັນທີ 3 ກຸມພາ (ຕາມເວລາທ້ອງຖິ່ນ), ມີຊາວຫວຽດນາມ ນັບຮ້ອຍຄົນ ທີ່ເປັນສະມາຊິກຂອງບັນດາຄອບຄົວເຊື້ອຊາດ ຫວຽດນາມ ຫຼາຍລຸ້ນຄົນ ດຳລົງຊີວິດ ຢູ່ ປະເທດ ອານເຊຣີ ໄດ້ເຕົ້າໂຮມຢູ່ສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ Algiers ເພື່ອເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ຮັບຕ້ອນບຸນເຕັດປີມະໂລງ 2024. ລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ໂດຍສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ຈັດຂຶ້ນໃນທຸກປີ ໄດ້ກາຍເປັນຂົວເຊື່ອມຕໍ່, ຮັດແໜ້ນນ້ຳໃຈຄວາມຮັກແພງລະຫວ່າງບັນດາຄອບຄົວເຊື້ອຊາດຫວຽດນາມທີ່ດຳລົງຊີວິດຢູ່ປະເທດ ອານເຊຣີ.

ຕອບກັບ

ຂ່າວ/ບົດ​ອື່ນ