ບໍລິສັດການບິນVietjetຍິນດີຕ້ອນຮັບຜູ້ໂດຍສານພິເສດຄົນທີ19ລ້ານ

ບໍລິສັດການບິນVietjetຍິນດີຕ້ອນຮັບຜູ້ໂດຍສານພິເສດຄົນທີ19ລ້ານ - ảnh 1
(ບໍລິສັດ​ການບິນ Vietjet ຍິນດີຕ້ອນຮັບ
ຜູ້​ໂດຍສາ​ນພິ​ເສດ​ຄົນທີ 19​ ລ້ານ)

(vovworld) – ​ ບໍລິສັດ​ການບິນVietjetຍິນດີຕ້ອນຮັບຜູ້​ໂດຍສາ​ນພິ​ເສດ​ຄົນທີ19​ລ້ານ ຜູ້​ໂດຍສານ​ທີ່​​ໂຊກດີ​ແມ່ນ​ທ່ານ ຫງວຽນ​ຈີ໋ດຶກ ​ໄປປະຕິ​ບັກ​ງານ​ດ້ວຍ​ຖ້ຽວ​ບິນ VJ 360 ​ແຕ່​ນະຄອນ ​ໂຮ່ຈີ​ມິນ ​ໄປ ​ແທງ​ຮ໋ວາ. Vietjet ​ໄດ້​ຍົກ​ເວັ້ນການ​ເສຍ​ຄ່າ​ປີ້​ເຮືອບິນໃນ 1 ປີ” ​ໃຫ້​ທ່ານ ຫງວຽນ​ຈີ໋ດຶກ. ວັນ​ທີ 30/01 ຢູ່​ສະໜາມ​ບິນ ທໍ້​ຊວນ, ​ແຂວງ​ແທງ​ຮ໋ວາ, ບໍລິສັດ​ການບິນ Vietjet ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຜູ້​ໂດຍສານ​ພິ​ເສດ​ຄົນ​ທີ 19 ລ້ານ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ ດິງລາ​ທັງ ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ ​ແລະ ຂົນ​ສົ່ງ, ທ່ານ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ ອວງຈູ​ລຶວ. Vietjet ​ແມ່ນ “ບໍລິສັດ​ການບິນດ້ວຍລາຄາ​ຖືກ ​ແລະ ມີ​ຄຸນ​ນະພາ​ບສູງດີ​ທີ່​ສຸດ​ໃນ​ພາກ​ພື້ນ​ອາຊີ” (Best Asian Low Cost Carrier) ປີ 2015 ​ໂດຍ TTG Travel Award ​ເລືອກ​ເຟັ້ນ ​ແລະ ມອບ​ໃນ Top 3 ບໍລິສັດ​ການບິນ​ເຕີບ​ໂຕ​ໄວ​ສຸດ​ໃນ​ໂລກ ​ໂດຍ facebook ຕີ​ລາຄາ.

ຂ່າວ/ບົດ​ອື່ນ