ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ

(VOVWORLD) -ການເຕີບໂຕ GDP ໃນໄຕມາດທໍາອິດ ບັນລຸລະດັບເປັນໜ້າຊື່ນຊົມຄື 3,8%.
ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ - ảnh 1 (ພາບປະກອບ: TTXVN)

        ຜ່ານສອງເດືອນປາຍຢ່າງລຽນຕິດແລ້ວ ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໃໝ່ຕື່ມອີກໃນຊຸມຊົນ, ຜົນງານດັ່ງກ່າວໄດ້ຊ່ວຍຫວຽດນາມ ໄດ້ຮັບການຕີລາຄາວ່່າ ແມ່ນໜຶ່ງໃນບັນດາປະເທດປະສົບຜົນສໍາເລັດໃນການຄວບຄຸມໂລກລະບາດໂຄວິດ - 19 ແລະ ແມ່ນໜຶ່ງໃນບັນດາປະເທດທໍາອິດເປີດປະຕູພື້ນຖານເສດຖະກິດທັງໝົດ. ນີ້ແມ່ນຂໍ້ສັງເກດຂອງບົດໜັງສືພິມທີ່ໄດ້ເອົາລົງໃນເວັບໄຊ McKinsey.com ຂອງ ອາເມລິກາ ຫວ່າງມໍ່ໆມານີ້ ກ່ຽວກັບຄວາມສາມາດຟື້ນຟູເສດຖະກິດຂອງຫວຽດນາມ ພາຍຫຼັງຄວບຄຸມໂລກລະບາດຢ່າງສໍາເລັດຜົນ.

        ຕາມບົດໜັງສືພິມດັ່ງກ່າວແລ້ວ, ຫວຽດນາມ ໄດ້ພັດທະນາເສດຖະກິດດີກວ່າຫຼາຍປະເທດ, ເຖິງວ່າຍັງບໍ່ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກຢ່າງສິ້ນເຊີງກໍຕາມ. ການເຕີບໂຕ GDP ໃນໄຕມາດທໍາອິດ ບັນລຸລະດັບເປັນໜ້າຊື່ນຊົມຄື 3,8%. ບົດຂຽນ ກໍໃຫ້ຂໍ້ສັງເກດວ່າ ປີນີ້ ຈະສືບຕໍ່ແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ, ແຕ່ຫວຽດນາມ ອາດສາມາດຕັ້ງຄວາມຫວັງວ່າ ການເຕີບໂຕຢ່າງແຮງຄືໃນຊຸມປີມໍ່ໆມານີ້ ກໍຈະກັບຕ່າວຄືນມາໃນປີໜ້າ ແລະ ອາດຈະເຫັນປະຈັກຕາ ຫວຽດນາມ ກັບສູ່ຄືນທີ່ຕັ້ງເປັນສະຖານທີ່ອັນດູດດື່ມ ໃນຂະນະທີ່ພື້ນຖານເສດຖະກິດທົ່ວໂລກເລີ່ມຟື້ນຟູຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ