ບູລະນະປະຕິສັງຂອນກຸງເກົ່າຮວາລື ໃຫ້ກາຍເປັນ ໜຶ່ງໃນບັນດາສູນທ່ອງທ່ຽວທີ່ໃຫຍ່ຂອງ ຫວຽດນາມ

ບູລະນະປະຕິສັງຂອນກຸງເກົ່າຮວາລື ໃຫ້ກາຍເປັນ ໜຶ່ງໃນບັນດາສູນທ່ອງທ່ຽວທີ່ໃຫຍ່ຂອງ ຫວຽດນາມ - ảnh 1
ບູລະນະ​ປະຕິສັງຂອນກຸງ​ເກົ່າ​ຮວາ​ລື ​​ໃຫ້​ກາຍ​ເປັນ​ໜຶ່ງ​
ໃນ​ບັນດາ​ສູນ​ທ່ອງ​ທ່ຽວ​ທີ່​ໃຫຍ່​ຂອງ​ຫວຽດນາມ
(ພາບ: baoninhbinh.org.vn)


(vovworld)- ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ນິງບີ​່ງ​ ໃນ​ວັນ​ທີ 14/1, ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ: ບູລະນະ​ປະຕິສັງຂອນກຸງ​ເກົ່າ​ຮວາ​ລື ​​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ສູນ​ທ່ອງ​ທ່ຽວ​ທີ່​ໃຫຍ່​ຂອງ​ຫວຽດນາມ. ຕາມ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລ້ວ, ກຸງ​ເກົ່າ​ຮວາ​ລື ​ແມ່ນ​ບ່ອນ​ເລີ່​ມຕົ້ນ ຂອງ 3 ລາຊະ​ວົງດີງ-ຕ່ຽນເລ-​ລີ໋ ​ໃນ​ປະຫວັດສາດ​ຫວຽດນາມ. ດ້ວຍ​ຜົນງານ ສະຫງ່າ​ລາສີຂອງ​ບັນດາ​ລາຊະ​ວົງເມື​່ອກ່ອນ, ​ກຸງ​ເກົ່າ​ຮວາ​ລື ​​ແມ່ນ​ມໍລະດົກ​ອັນ​ໃຫຍ່​ຫຼວງທີ່​ສຸດ, ຮຽກຮ້ອງ​ຕ້ອງການບັນດາ​ກະຊວງ, ຂະ​ແໜງການ ​ແລະ ​ແຂວງ​ນິງບີ່​ງຕ້ອງ​ຮີບ​ດ່ວນ​ສຳ​ຫຼວດ​ ​ເພື່ອ​ໃຫ້​ມີ​ແຜນການ​ສັງ​ລວມ​ເຊີດ​ຊູ​ຢ່າງ​ເໝາະ​ສົມ; ​ວຽກ​ງານ​ປະຕິສັງຂອນ​ຕ້ອງປະຕິບັດ​ຢ່າງ​ແນບ​ນຽນ​ເປັນ​ລະບົບ. ກ່ຽວ​ກັບ​ລາຍ​ຈ່າຍ​ລົງທຶນ​ໃຫ້ການບູລະນະ​ປະຕິສັງຂອນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນ ຊາງ ຖື​ວ່າ: ນິງບີ່​ງ ຄວນ​ມີ​ນະ​ໂຍບາຍ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ເຂົ້າ​ຮ່ວມ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຮ່າ​ນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຕີ​ລາຄາ​ສູງ​ເລື່ອງ​ແຂວງ​ຮ່າ​ນາມ ຫັນ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ ລະຫວ່າງ ຍີ່ປຸ່ນ ​ແລະ ຫວຽດນາມ ເປັນ​ລະອຽດ ຕາມ​ຂໍ້​ຕົກລົງ​ຂັ້ນ​ສູງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໃສ່​ໃຈ​ວ່າ: ​ໃນ​ຊຸມປີ​ຕໍ່​ໄປ, ຫວຽດນາມ ຈະ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ກັບ​ພາກ​ພື້ນ ອາ​ຊຽນ ​ແລະ ​​ໂລກ ກ່ຽວ​ກັບ​ການ​ຄ້າ​ເສລີ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ. ພື້ນຖານ​ເສດຖະກິດ​ຫວຽດນາມ ​ເວົ້າ​ລວມ ​ແລະ ຂະ​ແໜງ​ກະສິກຳ​ເວົ້າ​ສະ​ເພາະ ຈະ​ມີ​ກາລະ​ໂອກາດ​​ພັດທະນາຫຼາຍ​ຢ່າງ ​ແຕ່​ສິ່ງ​ທ້າ​ທາຍ​ແກ່ງ​ແຍ້​ງກໍ່​ບໍ່​​ແມ່ນ​ໜ້ອຍ. ສະ​ນັ້ນ, ຮ່າ​ນາມ ​ແລະ ບາງ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຄວນ​ມີ​ນະ​ໂຍບາຍ​ດ້ານ​ກະສິກຳ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ຍົກ​ສູງ​ລາຍ​ຮັບ, ການ​ດຳລົງ​ຊີວິດ​ໃຫ້​ແກ່​ຊາວ​ກະສິກອນ.

ຂ່າວ/ບົດ​ອື່ນ