ບໍ່ສາມາດປົກປ້ອງຄຳຮຽກສິດໃນການເດີນທະເລທີ່ບໍ່ເໝາະສົມກັບກົດໝາຍສາກົນ

(VOVWORLD) -ເນື້ອໃນສຳຄັນທີ່ສຸດເຊິ່ງກອງປະຊຸມໄດ້ເປັນເອກະພາບນຳກັນນັ້ນແມ່ນ ເພີ່ມທະວີການຮ່ວມມືລະຫວ່າງ 4 ປະເທດມຸ່ງໄປສູ່ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກຢ່າງເສລີ ແລະ ເປີດກວ້າງ

ບໍ່ສາມາດປົກປ້ອງຄຳຮຽກສິດໃນການເດີນທະເລທີ່ບໍ່ເໝາະສົມກັບກົດໝາຍສາກົນ - ảnh 1ການພົບປະ 4 ຝ່າຍລັດຖະມົນຕີການຕ່າງປະເທດກຸ່ມ QUAD 

(ພາບ: Reuters)

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo, ທ່ານລັດຖະມົນຕີການຕ່າງປະເທດອົດສະຕາລີ Marise Payne ແລະ ທ່ານລັດຖະມົນຕີການຕ່າງປະເທດອິນເດຍ Subrahmanyam Jaishankar ພວມມີໜ້າຢູ່ໂຕກຽວ ປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມການພົບປະ 4 ຝ່າຍລັດຖະມົນຕີການຕ່າງປະເທດກຸ່ມ 4 ຝ່າຍ (ກຸ່ມ QUAD) ໂດຍຍີ່ປຸ່ນ ລິເລີ່ມ.

        ທີ່ກອງປະຊຸມໃນວັນທີ 06 ຕຸລາ, ເນື້ອໃນສຳຄັນທີ່ສຸດເຊິ່ງກອງປະຊຸມໄດ້ເປັນເອກະພາບນຳກັນນັ້ນແມ່ນ ເພີ່ມທະວີການຮ່ວມມືລະຫວ່າງ 4 ປະເທດມຸ່ງໄປສູ່ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກຢ່າງເສລີ ແລະ ເປີດກວ້າງ, ໃນນັ້ນສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກຄືນໃໝ່ ໂດຍອີງໃສ່ຫຼັກການລວມ ແລະ ກົດໝາຍສາກົນ, ທຳອິດແມ່ນສະກັດກັ້ນບັນດາການກະທຳຜິດຂອງຈີນ ຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕຸງ, ພ້ອມກັນນັ້ນ ຊຸກຍູ້ການຮ່ວມສຳພັນໃນການຮັບປະກັນຄວາມໝັ້ນຄົງໃນການເດີນທະເລເວົ້າລວມ. ທ່ານລັດຖະມົນຕີການຕ່າງປະເທດອົດສະຕາລີ Marise Payne, ຢືນຢັນວ່າ.

        “ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ພາກພື້ນທີ່ໄດ້ເຄື່ອນໄຫວໂດຍອີງໃສ່ບັນດາຂໍ້ກຳນົດຂອງກົດໝາຍ ຫາກບໍ່ແມ່ນກຳລັງແຮງ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ຄວາມສຳຄັນຂອງສິດສ່ວນບຸກຄົນ ແລະ ເຊື່ອໝັ້ນຕໍ່ພາກພື້ນເຊິ່ງບັນດາການແກ້ງແຍ້ງຕ້ອງໄດ້ຮັບການແກ້ໄຂບົນພື້ນຖານກົດໝາຍສາກົນ… ເພື່ອໃຫ້ການແຊກແຊງມີລັກສະນະວິໄສທັດຢູ່ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ, ອົດສະຕາລີ ເຮັດວຽກກັບອາຊຽນ ຢ່າງແໜ້ນແຟ້ນ ແລະ ຊຸກຍູ້ການຮ່ວມມືກັບປາຊີຟິກ”.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ເນັ້ນໜັກເຖິງການຮ່ວມມືຂອງປະເທດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ພ້ອມກັນນັ້ນ ກໍ່ກ່າວເຕືອນບັນດາການເຄື່ອນໄຫວຂອງຈີນ ຢູ່ເຂດທະເລຕາເວັນອອກ, ທະເລຮວາຕຸງ ແລະ ຊ່ອງແຄບທະເລ ໄຕຫວັນ (ຈີນ)

        ບັນດາລັດຖະມົນຕີການຕ່າງປະເທດ ກໍ່ມີຄວາມເຫັນດີເຫັນພ້ອມກ່ຽວກັບການຈັດຕັ້ງກອງປະຊຸມຂອງກຸ່ມນີ້ຂຶ້ນໃນແຕ່ລະປີ. ນອກນັ້ນ, ບັນດາຝ່າຍກໍ່ໄດ້ຢັ້ງຢືນຊຸກຍູ້ການຮ່ວມມືຢ່າງແທດຈິງໃນບັນດາບັນຫາອື່ນໆຄື ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ກໍ່ສ້າງພື້ນຖານໂຄງລ່າງຂັ້ນຮາກຖານໃຫ້ມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ