ບາງບັນຫາກ່ຽວຂ້ອງເຖິງການເສຍຊີວິດຂອງນັກຂ່າວ J.Khashoggi

(VOVWORLD) -ວັນທີ 10 ພະຈິກ, ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ຄູ່ຕຳແໜ່ງຝລັ່ງ Emmanuel Macron ພ້ອມກັນເຫັນດີກັບວົງການຊະອຸດີ ອາຣັບເບຍ ທີ່ວ່າ

ຕ້ອງເຮັດແຈ້ງການເສຍຊີວິດຂອງນັກຂ່າວຊາວຊະອຸດີ ອາຣັບເບຍ Jamal Khashoggi ຢູ່ຕວກກີ ເມື່ອເດືອນຕຸລາ. ການນຳ 2 ທ່ານກໍ່ຖືວ່າ, ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ຄວນປະໃຫ້ເຫດການດັ່ງກ່າວ ເຮັດໃຫ້ຕາເວັນອອກກາງ ຂາດສະຖຽນລະພາບຕື່ມອີກ. ການນຳ 2 ທ່ານໄດ້ຊີ້ແຈ້ງບັນຫານີ້ ອາດຈະສ້າງກາລະໂອກາດໃຫ້ມາດຕະການດ້ານການເມືອງສຳລັບການປະທະກັນຢູ່ Yemen.

        ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ໃນແຈ້ງການວັນທີ 10 ພະຈິກ, ຕວກກີ ໃຫ້ຮູ້ວ່າ, ປະເທດນີ້ໄດ້ສົ່ງບັນດາເທບບັນທຶກສຽງ copy ທີ່ກ່ຽວຂ້ອງເຖິງການເສຍຊີວິດຂອງນັກຂ່າວ Khashoggi ໃຫ້ວົງການເຈົ້າໜ້າທີ່ບັນດາປະເທດຊະອຸດີ ອາຣັບເບຍ, ອາເມລິກາ, ເຢຍລະມັນ, ຝລັ່ງ ແລະ ອັງກິດ ແລ້ວ. ເນື້ອໃນໃນເທບບັນທຶກສຽງນີ້ໄດ້ຊີ້ໃຫ້ເຫັນວ່າ ນັກຂ່າວ Khashoggi ຖືກທໍລະມານ ແລະ ສັງຫານເມື່ອທ່ານນີ້ໄປເຖິງສະຖານກົງສູງ ຊະອຸດີ ອາຣັບເບຍ ຢູ່ນະຄອນ ອິດສະຕາບູນ, ປະເທດຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ