ບາດກ້າວກະໂດດຂັ້ນໃນການເຈລະຈາອາຍແກຼດລະຫວ່າງລັດເຊຍ-ຢູແກຼນ

ບາດກ້າວກະໂດດຂັ້ນໃນການເຈລະຈາອາຍແກຼດລະຫວ່າງລັດເຊຍ-ຢູແກຼນ - ảnh 1
ພາບ​ປະ​ກອບ

(vovworld) –  ລັດ​ເຊຍ ກຽມ​ພ້ອມ​ເຊື່ອມ​ຕໍ່​ເລື່ອງ​ສະ​ໜອງ​ອາຍ​ແກຼດ​ໃຫ້ ຢູ​ແກຼນ ຖ້າ​ຫາກ ກີ​ແອບ ​ໃຊ້ໜີ້​ບ້ວງ​ເງິນ​ຊື້ ອາຍ​ແກຼດ​ທີ່​ມີ​ມຸນ​ຄ່າ 3,1 ຕື້​ USD ​ໃ​ຫ້​ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ ລັດ​ເຊຍ Gazprom ຕາມ​ການ​ກຳ​ນົດ​ເວ​ລາ​ໃນ​ທ້າຍ​ເດືອນ 12 ຈະ​ມາ​ເຖິງ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໂດຍ​ຄະ​ນະ​ກຳ​ມະ​ການ​ຮັບ​ຜິດ​ຊອບ​ພະ​ລັງ​ງານ​ຂອງ ສະ​ຫະ​ພາບ ເອີ​ລົບ, ທ່ານ Gunther Oettinger ປະ​ກາດ​ໃນ​ວັນ​ທີ 26/9 ພາ​ຍຫຼັງ​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ ລັດ​ເຊຍ ແລະ ຢູ​ແກຼນ ຢູ່ ແບກ​ລີນ, ປ​ະ​ເທດ ເຢຍ​ລະ​ມັນ. ຕາມ​ຂໍ້​ຕົ​ກ​ລົງ​ຊົ່ວ​ຄາວ​ກ່ຽວ​ກັບ​ການ​ຊື້-ຂາຍ​ອາຍ​ແກຼດ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ ໂດຍ​ສະ​ຫະ​ພາບ ເອີ​ລົບ ສະ​ເໜີ, Gazprom ຈະ​ສະ​ໜອງ​ໃຫ້ ຢູ​ແກຼນ ຢ່າງ​ໜ້ອຍ​ສຸດ​ແມ່ນ 5 ຕື້​ແມັດ​ກ້ອນ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ລະ​ດູ​ໜາວ. ກ່ຽວ​ກັບ​​ມາດ​ຕາ​ຊຳ​ລະ​ໜີ້ສິນ, ກີ​ແອບ​ ຕ້ອງ​ໃຊ້​ໜີ້​ໃຫ້ Gazprom 2 ຕື້ USD ໃນ​ເດືອນ 10 ຈະ​ມາ​ເຖິງ ແລະ ແຕ່​ຕົ້ນ​ເດືອນ 11 ຫາທ້າຍ​ເດືອນ 12/2014 ຈະ​​ໃຊ້​ໜີ້​ຕື່ມ​ອີກ 1,1 ຕື້ USD ພ​າຍ​ໃຕ້​ການ​ຮັບ​ປະ​ກັນ​ຂອງກອງ​ທຶນ​ເງ​ິນ​ຕາ​ສາ​ກົນ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ລັດ​ເຊຍ Alexander Novak ຮັບ​ຮູ້​ວ່າ: ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ໂດຍ ອີ​ຢູ ເປັນ​ຄົນ​ກາງ​ໄກ່​ເກ່ຍນີ້ ໄດ້​ຮັບ​ຖື​ວ່າ​ແມ່ນ​ພື້ນ​ຖານ​ໃຫ້​ແກ່​ມາດ​ຕະ​ການ​ສະ​ໜອງ ອາຍ​ແກຼນ ໃຫ້ ຢູ​ແກຼນ ໃນ​ລະ​ດູ​ໜາວ​ປີ​ນີ້.


ຂ່າວ/ບົດ​ອື່ນ