ບາດ​ກ້າວ​ປ່ຽ​ນ​ແປງ​ໃໝ່, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເຂົ້າ​ການ​ເຄື່ອນ​ໄຫວຂ​ອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ເປັນຄັ້ງທຳອິດທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14 ໄດ້ຈັດຂຶ້ນທາງອອນລາຍແຕ່ກໍ່ມີປະສິດທິຜົນຫຼາຍ. ນີ້ແມ່ນຮູບແບບທີ່ເໝາະສົມເພື່ອເປີດກ້ວາງບັນດາການເຄື່ອນໄຫວຂອງສະພາແຫ່ງຊາດບົນພື້ນຖານການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ.
ບາດ​ກ້າວ​ປ່ຽ​ນ​ແປງ​ໃໝ່, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເຂົ້າ​ການ​ເຄື່ອນ​ໄຫວຂ​ອງ​ສະ​ພາ​ແຫ່ງ​ຊາດ - ảnh 1ພາບປະກອບ: Quochoi.vn 

ພາຍຫຼັງປະຊຸມມາເປັນເວລາ 8 ມື້, ສະພາແຫ່ງຊາດໄດ້ສຳເລັດຊຸດທີ I ຂອງລາຍການກອງປະຊຸມສະໄໝສາມັນເທື່ອທີ 9 (ສະພາແຫ່ງຊາດຫວຽດນາມຊຸດທີ 14). ຢູ່ນອກກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຢັ້ງຢືນວ່າ: ການດຳເນີນກອງປະຊຸມທາງອອນລາຍແມ່ນບາດກ້າວປ່ຽນແປງໃໝ່ ແລະ ແມ່ນປະຖົມປັດໄຈເພື່ອປະຕິຮູບການຈັດຕັ້ງບັນດາກອງປະຊຸມໃນໄລຍະຈະມາເຖິງ. ທ່ານ ຫງວຽນມາຍໂບະ, ສະມາຊິກ ສະພາແຫ່ງຊາດ ແຂວງອານຢາງ ຕີລາຄາວ່າ:

ກ່ຽວກັບກອງປະຊຸມທາງອອນລາຍນັ້ນ ພວກເຮົາ ອາດຈະເຫັນໄດ້ຜົນປະໂຫຍດອັນຍິ່ງໃຫຍ່ ແລະ ຈະແຈ້ງທີ່ສຸດນັ້ນແມ່ນ ພວກເຮົາໄດ້ນຳໃຊ້ເຕັກໂນໂລຢີ. ທີ 2 ແມ່ນຄ່າໃຊ້ຈ່າຍໃນການເດີນທາງໄປ - ມາ, ຄ່າກິນ, ຄ່າພັກເຊົາຂອງບັນດາສະມາຊິກ. ຂ້າພະເຈົ້າຄິດວ່າການດັດປັບ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍລົງ ກໍ່ ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະພາແຫ່ງຊາດແມ່ນປະຢັດງົບປະມານເພື່ອນຳໃຊ້ໃຫ້ແກ່ເປົ້າໝາຍທີ່ຈຳເປັນກ່ວາ.

ທ່ານຫງວຽນແຫ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຢັ້ງຢືນວ່າ:

        ເຖິງວ່າຈັດກອງປະຊຸມທາງອອນລາຍແຕ່ກໍ່ຍັງຮັບປະກັນໄດ້ທຸກໆວິທີການສະແດງອອກຄືກັນກັບຢູ່ຫໍສະພາແຫ່ງຊາດ. ນັ້ນແມ່ນການລົງຄະແນນສຽງຍັງເປັນປົກກະຕິຄືເກົ່າ. ຈຸດເຊື່ອມຕໍ່ໃນການຖ່າຍທອດສົດ 63 ແຫ່ງທັງໝົດ ໄດ້ຕິດຕັ້ງດ້ວຍອຸປະກອນອັດສະລິຍະ ແລະ ສົ່ງມາຫ້ອງ ປະຊຸມຜ່ານໜ້າຈໍພຽງແຕ່ ນາທີດຽວເທົ່ານັ້ນ. ສະມາຊິກລົງທະບຽນກ່າວຄຳເຫັນກໍ່ເປັນປົກກະຕິ, ຍັງມີການໂຕ້ວາທີຄືເກົ່າ. ເຖິງວ່າປະຊຸມທາງອອນລາຍກໍ່ຍັງໄດ້ປະຕິບັດຕາມຂໍ້ກຳນົດ. ນີ້ແມ່ນສິ່ງໃໝ່ ແລະ ກໍ່ແມ່ນປະຖົມປັດໄຈເພື່ອຄົ້ນຄ້ວາການປະຕິຮູບກ່ຽວກັບວິທີການປະຊຸມ, ເພື່ອຫຍໍ້ເວລາດຳເນີນກອງປະຊຸມລົງ.        

ຕອບກັບ

ຂ່າວ/ບົດ​ອື່ນ