ປີ 2023, ເສດຖະກິດ, ສັງຄົມ ຫວຽດນາມ ສືບຕໍ່ມີທ່າອຽງຟື້ນຟູ

(VOVWORLD) - GDP  ໄລ່ລວມທັງປີ 2023, ຄາດວ່າເພີ່ມຂຶ້ນ 5,05% ເມື່ອທຽບໃສ່ປີ 2022
ປີ 2023, ເສດຖະກິດ, ສັງຄົມ ຫວຽດນາມ ສືບຕໍ່ມີທ່າອຽງຟື້ນຟູ - ảnh 1ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ
(ພາບ: TTXVN)

        ເສດຖະກິດ - ສັງຄົມ ຫວຽດນາມ ປີ 2023 ສືບຕໍ່ມີທ່າອຽງຟື້ນຟູ, ເສດຖະກິດມະຫາພາກໄດ້ຮັກສາໄວເປັນປົກກະຕິ, ໄຟເງິນເຟີ້ໄດ້ຮັບການຄວບຄຸ້ມ, ບັນດາຄວາມດຸນດຽງໃຫຍ່ໄດ້ຮັບປະກັນ, ບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ຫຼາຍຂົງເຂດບັນລຸໄດ້ໝາກຜົນສຳຄັນ ແລະ ສືບຕໍ່ແມ່ນຈຸດເດັນດ້ານເສດຖະກິດຢູ່ພາກພື້ນ ແລະ ສາກົນ. ນີ້ແມ່ນຂໍ້ມູນທີ່ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວປະເທດຕົວເລກສະຖິຕິເສດຖະກິດ - ສັງຄົມໄຕມາດທີ 4  ແລະ ປີ 2023, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 29 ທັນວາ, ຢູ່ ຮ່າໂນ້ຍ.

        ລະອຽດແມ່ນ, GDP (ຍອດຜະລິດຕະພັນພາຍໃນ) ໄລ່ລວມທັງປີ 2023, ຄາດວ່າເພີ່ມຂຶ້ນ 5,05% ເມື່ອທຽບໃສ່ປີ 2022, ຄາດວ່າບັນລຸປະມານ 430 ຕື້ USD; GDP ຄິດສະເລ່ຍຕໍ່ຫົວຄົນໃນປີ 2023 ຕາມລາຄາປະຈຸບັນຄາດວ່າບັນລຸກວ່າ 4.200 USD.

        ກ່ຽວກັບດັດຊະນີລາຄາໃຊ້ສອຍ (CPI), ໄລ່ລວມທັງປີ 2023 ເພີ່ມຂຶ້ນ 3,25% ເມື່ອທຽບໃສ່ປີ 2022, ບັນລຸໄດ້ເປົ້າໝາຍເຊິ່ງສະພາແຫ່ງຊາດໄດ້ວາງອອກ.

        ໄລ່ລວມທັງປີ 2023, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ແມ່ນ 12,6 ລ້ານເທື່ອຄົນ, ລື່ນກາຍເປົ້າໝາຍທີ່ໄດ້ວາງອອກແມ່ນ 8 ລ້ານເທື່ອຄົນ.

        ພ້ອມກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ທ່ານນາງ ຫວຽນທິເຮືອງ ຖືວ່າ, ເພື່ອບັນລຸໄດ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ປີ 2023, ສ້າງທ່າເຕີບໂຕ ແລະ ປະຕິບັດສຳເລັດເປົ້າໝາຍຂອງໄລຍະ 2021 – 2025, ຕ້ອງມີການຮ່ວມແຮງຮ່ວມໃຈຂອງລັດຖະບານ, ວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ