ປີ2020,ພົນລະເມືອງ ຫວຽດນາມ90%ໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ

ປີ2020,ພົນລະເມືອງ ຫວຽດນາມ90%ໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) – ພາຍຫຼັງ 5 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ​​ຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ”, ຄວາມ​ລຶ້ງ​ເຄີຍ​​ຊົມ​ໃຊ້​ຂອງ​ຊາວ ຫວຽດ​ນາມ ໄດ້​ປ່ຽນ​ແປງ​ແລ້ວ. ສິ​ນ​ຄ້າ​ຜະ​ລິດ​ພາຍ​ໃນ​ປະ​ເທດ ໄດ້ ແລະ ພວມ​ແທນ​ທີ​ໃຫ້​ສິ​ນ​ຄ້າ​ຈາກ​ຕ່າງ​ປະ​ເທດ. ຮອດ​ປີ 2020, ພົນ​ລະ​ເມືອງ ​ຫວຽດ​ນາມ 90% ບຸ​ລິ​ມະ​ສິດ​ຊົມໃຊ້ ສິນ​ຄ້າ ຫວຽດ​ນາມ ມີ​ຄຸນ​ນະ​ພາບ​. ນັ້ນ​ແມ່ນ​ຂໍ​້​ສັງ​ເກດ​ທ​ີ່​ໄດ້​ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ສະ​ຫລຸບ 5 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມິດ​ສິດ ນຳ​ໃຊ້​ສິນ​ຄ້າ ຫວຽດ​ນາມ” ໄດ້​ຈັ​ດ​ຕັ້ງ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ. ຕາມ​ການ​ສະ​ຖິ​ຕິ​ແລ້ວ, 92% ຜູ້​ບໍ​ລິ​ໂພກອຸ​ປະ​ໂພກໄດ້​ຖາມ “ເອົາ​ໃຈ​ໃສ່​ເປັນ​ພິ​ເສດ” ແລະ “ເອົາ​ໃຈ​ໃສ່” ເຖິງ​ການ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ​​ຊົມໃຊ້​ສິນ​ຄ້າ ຫວຽດ​ນາມ”, 63% ຢັ້ງ​ຢືນ​ເລື​ອກ​ເຟັ້ນ​ສິນ​ຄ້າ ຫວຽດ​ນາມ ມີ​ຄຸນ​ນະ​ພາບ​ໃນ​ການ​ບໍ​ລິ​ໂພກ​ອຸ​ປະ​ໂພກ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ - ການ​ລົງ​ທຶນ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ, ຖ​ື​ວ່າ:

“ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ເຊິ່ງວະ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ຄິດ​ເຖິງ​ເພື່ອ​ຜ​ະ​ລິດ​ຕະ​ພັນ, ສິນ​ຄ​້າ​ໄດ້​ສົ່ງ​ເຖິງ​ຜູ້​ອຸ​ປະ​ໂພກ​ບໍ​ລິ​ໂພກຢ່າງ​ໄວ​ທີ່​ສຸ​ດ. ນັ້ນ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ລະ​ບົບ​ຈຳ​ໜ່າຍ​ຂອງ​ຕົນ ແລະ ມີ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​​ກັບ​ລະ​ບົບ​ຈຳ​ໜ່າຍ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ອື່ນກ່​ວາ​ອີກ”


ຂ່າວ/ບົດ​ອື່ນ