ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ກໍາລັງທະຫານປ້ອງກັນຊາຍແດນ ໄດ້ ຈັດສົ່ງທະຫານເພີ່ມເຕີມເກືອບ 8.000 ຄົນໄປປະຕິບັດໜ້າທີ່ໂດຍກົງຢູ່ຫຼາຍກວ່າ 1.900 ດ່ານກວດກາ, ເດັດດ່ຽວສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍຜ່ານທາງນ້ອຍຢູ່ຕາມເສັ້ນຊາຍແດນ, ເຂດທະເລ.
ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມການເມືອງການທະຫານ (ພາບ: TTXVN)

ການປະຕິບັດໜ້າທີ່ຄຸ້ມຄອງ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ ແລະ ຮັກສາຈຳນວນພົນປະຈຳການຢູ່ດ່ານກວດກາຊາຍແດນ, ສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ນັບແຕ່ນີີ້ຮອດທ້າຍປີ ຂອງກຳລັງທະຫານປ້ອງກັນຊາຍແດນ ທີ່ໄດ້ຊາບຊຶມໃນກອງປະຊຸມການເມືອງການທະຫານ ເຊິ່ງຖືກຈັດຂຶ້ນຜ່ານທາງອອນລາຍໃນວັນທີ 3 ກໍລະກົດ.

        ປັດຈຸບັນ, ກໍາລັງທະຫານປ້ອງກັນຊາຍແດນ ໄດ້ ຈັດສົ່ງທະຫານເພີ່ມເຕີມເກືອບ 8.000 ຄົນໄປປະຕິບັດໜ້າທີ່ໂດຍກົງຢູ່ຫຼາຍກວ່າ 1.900 ດ່ານກວດກາ, ເດັດດ່ຽວສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍຜ່ານທາງນ້ອຍຢູ່ຕາມເສັ້ນຊາຍແດນ, ເຂດທະເລ. ນອກຈາກໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລ້ວ, ທະຫານປ້ອງກັນຊາຍແດນແຕ່ລະຄົນ ຍັງເປັນຜູ້ທີ່ໂຄສະນາຢ່າງຕັ້ງໜ້າ, ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນເຂດຊາຍແດນ ກ່ຽວກັບໂລກລະບາດໂຄວິດ - 19 ແລະ ວິທີການປ້ອງກັນ, ຕ້ານຄົນເຂົ້າເມືອງຢ່າງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ