ປົກປ້ອງ ແລະ ເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງຂອງແມ່ຍິງອົບພະຍົບ

(VOVWORLD) - ຄົນງານອົບພະຍົບແມ່ນກຳລັງປະກອບທີ່ຍືນຍົງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ການອົບພະຍົບໄດ້ນຳມາເຊິ່ງກາລະໂອກາດປັບປຸງຊີວິດການເປັນຢູ່ ແລະ ຄອບຄົວ
ປົກປ້ອງ ແລະ ເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງຂອງແມ່ຍິງອົບພະຍົບ - ảnh 1(ພາບປະກອບຈາກ Hoàng Tuyết/Báo Tin tức)

ເນື່ອງໃນໂອກາດວັນແມ່ຍິງສາກົນ (ວັນທີ 8 ມີນາ), ວັນທີ 8 ມີນາ, ຜູ້ປະສານງານປະຈຳ ສປຊ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການອົບພະຍົບສາກົນ (IOM) ແລະ ເອກອັກຄະລັດຖະທູດ ບັນດາປະເທດຄື: ອົດສະຕາລີ, ສ. ເກົາຫຼີ, ອາເມລິກາ, ຍີ່ປຸ່ນ, ຊູແອດ ແລະ ລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ, ໄດ້ສົ່ງສານເຊີດຊູກຳລັງແຮງຂອງແມ່ຍິງ, ເດັກຍິງ ໃນວິວັດການອົບພະຍົບ. ໃນສານໄດ້ຖ່າຍທອດດ້ວຍວິດີໂອແບບທາງໄກ, ເອກອັກຄະລັດຖະທູດປະເທດຕ່າງໆ, ຫົວໜ້າບັນດາອົງການຕາງໜ້າສາກົນ ໄດ້ຢັ້ງຢືນວ່າ: ຄົນງານອົບພະຍົບແມ່ນກຳລັງປະກອບທີ່ຍືນຍົງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ການອົບພະຍົບໄດ້ນຳມາເຊິ່ງກາລະໂອກາດປັບປຸງຊີວິດການເປັນຢູ່ ແລະ ຄອບຄົວ. ເຖິງຢ່າງໃດກໍ່ຕາມ, ແມ່ຍິງອົບພະຍົບກໍ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ, ພິເສດໃນການປະຕິວັດອຸດສາຫະກຳຄັ້ງທີ 4.

        ເອກອັກຄະລັດຖະທູດປະເທດຕ່າງໆ, ບັນດາຫົວໜ້າອົງການຈັດຕັ້ງສາກົນໄດ້ຕີລາຄາສູງຄວາມມານພະຍາຍາມຂອງລັດຖະບານ ຫວຽດນາມ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຮ່ວມເດີນທາງກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ບັນດາຄູ່ຮ່ວມມືສາກົນ ໃນການປົກປັກຮັກສາ ແລະ ເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງຂອງແມ່ຍິງ ຫວຽດນາມ ທີ່ອົບພະຍົບໃນສະພາບຫັນເປັນໂລກາພິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ