ປຸກລະດົມ “ໜຶ່ງຂໍ້ຄວາມ, ລ້ານນ້ຳໃຈສົ່ງໃຫ້ຄົນເຈັບຕິດໂລກມະເຮັງ”

(VOVWORLD) - ນອກຈາກບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ລາຍການນີ້ຍັງເລົ່າເລື່ອງລາວທີ່ເປັນໜ້າຕື້ນຕັນໃຈກ່ຽວກັບມານະຈິດຂອງຄົນເຈັບຕິດໂລກມະເຮັງ.
ປຸກລະດົມ “ໜຶ່ງຂໍ້ຄວາມ, ລ້ານນ້ຳໃຈສົ່ງໃຫ້ຄົນເຈັບຕິດໂລກມະເຮັງ” - ảnh 1ບັນດາຜູ້ແທນສົ່ງຂໍ້ຄວາມເພື່ອປະກອບເຂົ້າກອງທຶນ
(ພາບ:quochoi.vn)

ຕອນຄ່ຳວັນທີ 3 ທັນວາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ແລະ ກອງທຶນໜູນຊ່ວຍຄົນເຈັບຕິດໂລກມະເຮັງ “ມື້ອື່ນທີ່ສົດໃສ” ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະ, ສ້າງກອງທຶນໜູນຊ່ວຍຄົນເຈັບຕິດໂລກມະເຮັງ.

        ນອກຈາກບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ລາຍການນີ້ຍັງເລົ່າເລື່ອງລາວທີ່ເປັນໜ້າຕື້ນຕັນໃຈກ່ຽວກັບມານະຈິດຂອງຄົນເຈັບຕິດໂລກມະເຮັງ. ກໍ່ໃນເຫດການດັ່ງກ່າວ, ກອງທຶນໜູນຊ່ວຍຄົນເຈັບຕິດໂລກມະເຮັງ “ມື້ອື່ນທີ່ສົດໃສ” ໄດ້ປຸກລະດົມບັ້ນເຄື່ອນໄຫວ: “ໜຶ່ງຂໍ້ຄວາມ, ລ້ານນ້ຳໃຈສົ່ງໃຫ້ຄົນເຈັບຕິດໂລກມະເຮັງ” ປີ 2023. ດ້ວຍການສົ່ງຂໍ້ຄວາມໜຶ່ງເຂົ້າເບີ 1406 ຈະປະກອບຈຳນວນເງິນ 20.000 ດົ່ງ (ເກືອບ 1 ໂດລາສະຫະລັດ) ໃຫ້ບັນດາຄົນເຈັບຕິດໂລກມະເຮັງທີ່ທຸກຍາກໃນທົ່ວປະເທດ. ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ດ່າວຮົ່ງລານ, ໃຫ້ຮູ້ວ່າ:

          “ກອງທຶນມື້ອື່ນທີ່ສົດໃສໄດ້ມານະພະຍາຍາມເປັນຂົວຕໍ່ລະຫວ່າງວົງຄະນະຍາດກັບຄົນເຈັບຕິດໂລກມະເຮັງ, ສ້າງກຳລັງແຜ່ຂະຫຍາຍໃນສັງຄົມ. ບັນດາການເຄື່ອນໄຫວ, ບັນດາລາຍການມີມູນຄ່າກ່ວາ 1.400 ຕື້ດົ່ງ (ກ່ວາ 57,6 ລ້ານໂດລາສະຫະລັດ) ສະຫງວນໃຫ້ຄົນເຈັບ, ຄົນເຈັບໄວເດັກເປັນມະເຮັງທີ່ທຸກຍາກ ແມ່ນຕົວເລກທີ່ປະທັບໃຈ ແລະ ມີຫຼາຍຄວາມໝາຍ, ພ້ອມນັ້ນກໍ່ຢັ້ງຢືນທິດທາງທີ່ຖືກຕ້ອງຂອງຂະແໜງສາທາລະນະສຸກເມື່ອສ້າງກອງທຶນ. ທັງໝົດເຫຼົ່ານັ້ນ ຄືດັ່ງຢາໃຈທີ່ລ້ຳຄ່າ, ຊ່ວຍໃຫ້ຄົນເຈັບໄດ້ເພີ່ມຄວາມປາດຖະໜາ, ມາລະຈິດ ແລະ ຄວາມເຊື່ອໝັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ