ປ​ຸກ​ລະ​ດົມ​ການ​ເສັງ​ຂຽນ “ຂ​້າ​ພະ​ເຈົ​້າ​ສະ​ໝັກ​ໃຈ” 2019

(VOVWORLD) -  ໂດຍຕອບສະໜອງວັນ ຜູ້ອາສາສະໝັກສາກົນ ( 5 ທັນວາ), ຕອນເຊົ້າວັນທີ 2 ທັນວາ ຢູ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ປຸກລະດົມການເສັງຂຽນດ້ວຍຫົວເລື່ອງ “ຂ້າພະເຈົ້າ ສະໝັກໃຈ 2019” ແລະ ເປີດຕົວກຸ່ມນັກອາສາສະໝັກສະພາກາແດງຈຳນວນໜຶ່ງທີ່ ຂຶ້ນກັບ ສູນກາງສະພາດັ່ງກ່າວ.
ປ​ຸກ​ລະ​ດົມ​ການ​ເສັງ​ຂຽນ “ຂ​້າ​ພະ​ເຈົ​້າ​ສະ​ໝັກ​ໃຈ” 2019 - ảnh 1ພິທີປຸກລະດົມການເສັງຂຽນ “ຂ້າພະເຈົ້າສະໝັກໃຈ” 2019 (ພາບ: baonhandao.vn) 

        ເນື້ອໃນຂອງບົດປະພັນທີ່ເຂົ້າຮ່ວມການເສັງແມ່ນບັນດາບົດຊຽນ, ເລື່ອງລາວ ພັນລະນາ ແລະ ເລົ່າກ່ຽວກັບຄວາມເສຍສະຫຼະ, ການອຸທິດສ່ວນຂອງບັນດາ ຜູ້ຄົນ, ອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດ…

        ການເສັງຂຽນບົດ “ຂ້າພະເຈົ້າສະໝັກໃຈ” 2019 ເລີ່ມຕົ້ນຮັບບົດປະພັນເຂົ້າຮ່ວມການສອງເສັງແຕ່ວັນທີ 5 ທັນວາ 2019 – 20 ເມສາ 2020. ພິທີປະກາດຜົນ ແລະ ມອບລາງວັນການເສັງທີ່ພິທີປຸກລະດົມ “ເດືອນແຫ່ງມະນຸດສະທຳ” 2020ເຊິ່ງແມ່ນພິທີສະເຫຼີມສະຫຼອງວັນສະພາກາແດງ ແລະ ຊີກວົງເດືອນແດງ ສາກົນ ແລະ ວັນຜູ້ອາສາສະໝັກສະພາກາແດງ ຫວຽດນາມ (8 ພຶດສະພາ 2020). ທ່ານ ຫງວຽນຫ໋າຍແອງ ຮອງປະທານ, ເລຂາທິການໃຫຍ່ສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ:

        “ຫົວຂໍ້ວັນຜູ້ອາສາສະໝັກສາກົນປີ 2019 ແມ່ນ ອາສາສະໝັກເພື່ອອະນາຄົດ ການເຊື່ອມຍົງ. ແຕ່ລະບົດປະພັນທີ່ສົ່ງມາເຂົ້າຮ່ວມ, ແຕ່ລະການເຄື່ອນໄຫວອາສາສະໝັກຈະແມ່ນບັນດາດອກໄມ້ທີ່ຫອມຫວນສ້າງສີສັນທີ່ສົດໃສໃຫ້ແກ່ຊີວິດ, ປະກອບສ່ວນທະວີຄູນບັນດາວຽກດີຄົນເດັ່ນ, ບັນດາຄຸນຄ່າ ມະນຸດສະທຳໃນປະຊາຄົມ, ພ້ອມທັງ, ຕິດພັນ, ຊຸກຍູ້ບັນດາການເຄື່ອນໄຫວອາສາສະໝັກມະນຸດສະທຳໃນທົ່ວປະເທດ”

ຕອບກັບ

ຂ່າວ/ບົດ​ອື່ນ