ປຸກ​ລະ​ດົມ​ການເສັງແຕ້ມ​ພາບ​ຂ່ຳ​ນັບຊົມ​ເຊີຍ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​​ສາຍພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ-ກູ​ບາ

(VOVWORLD) -ໃນວັນທີ 14 ກັນຍາ, ສະພາກອງເຍົາວະຊົນສູນກາງ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ປຸກລະດົມການເສັງແຕ້ມພາບ “ຫວຽດນາມ-ກູບາ ແຫ່ງນ້ຳໃຈສາມັກຄີ”, ຊົມເຊີຍ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ-ກູບາ (2/12/1960 - 2/12/2020).
ປຸກ​ລະ​ດົມ​ການເສັງແຕ້ມ​ພາບ​ຂ່ຳ​ນັບຊົມ​ເຊີຍ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​​ສາຍພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ-ກູ​ບາ - ảnh 1 ພາບປະກອບ: TTXVN

ການເສັງສະຫງວນໃຫ້ເຍົາວະຊົນ ຫວຽດນາມ ແຕ່ອາຍຸ 6-15 ປີ. ພາບແຕ້ມຕ້ອງສະແດງຄວາມຮູ້ກ່ຽວກັບປະເທດ ກູບາ; ສາຍພົວພັນຄວາມມິດຕະພາບ, ຄວາມສາມັກຄີ ລະຫວ່າງ ຫວຽດນາມ - ກູບາ ໃນອະດີດຕະການ, ປະຈຸບັນ ແລະ ອະນາຄົດ; ຄວາມບຮູ້ກ່ຽວກັບທ່ານປະທານ Fidel Castro; ການພົວພັນຂອງປະທານ Fidel Castro ກັບ ປະທານ ໂຮ່ຈີມິນ, ປະເທດຊາດ ແລະ ຊາວຫວຽດນາມ; ການເຄື່ອນໄຫວຂອງ ຊາວໜຸ່ມເຍົາວະຊົນສອງຊາດ. ຜູ້ເຂົ້າຮ່ວມການເສັງດັ່ງກ່າວສາມາດເສັງພາບແຕ້ມຂອງຕົນແຕ່ວັນທີ 15 ກັນຍາ ຫາວັນທີ 31 ຕຸລາຢູ່ ສະພາກອງເຍົາວະຊົນສູນກາງ (ຮ່າໂນຍ).

ຕອບກັບ

ຂ່າວ/ບົດ​ອື່ນ