ປຶກສາຫາລືການເມືອງ ຄັ້ງທີ 3 ຫວຽດນາມ - ສີລັງກາ

(VOVWORLD) - 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງໄດ້ລົງນາມກ່ຽວກັບການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການປະຕິບັດກົດໝາຍບົນທະເລ…
ປຶກສາຫາລືການເມືອງ ຄັ້ງທີ 3 ຫວຽດນາມ - ສີລັງກາ - ảnh 1ການປຶກສາຫາລື ການເມືອງລະຫວ່າງ ຫວຽດນາມ - ສີລັງກາ

ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງ 2 ກະຊວງການຕ່າງປະເທດ, ວັນທີ 11 ເມສາ, ທ່ານ ດັ້ງດິ່ງກູ໋ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Sumith Nakandala, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສີລັງກາ ເປັນປະທານກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 3 ຢູ່ Colombo, ສີລັງກາ.

        ທີ່ກອງປະຊຸມ, ເມື່ອແລກປ່ຽນກ່ຽວກັບການພົວພັນດ້ານການເມືອງ, ຮອງລັດຖະມົນຕີ 2 ທ່ານເຫັນດີເປັນເອກະສັນຊຸກຍູ້, ສະເໜີການນຳຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ສີລັງກາ ແລະ ດຳເນີນກອງປະຊຸມຄະນະກຳມະການປະສົມຄັ້ງທີ 4 ໃນປີ 2018 ໂດຍໄວ. ຖືການຄ້າ ແລະ ການລົງທຶນ ແມ່ນຂົງເຂດຈຸດສຸມ, 2 ຝ່າຍເປັນເອກະພາບຈັດຕັ້ງກອງປະຊຸມອະນຸກຳມະການການຄ້າຄັ້ງທີ 2 ຢູ່ ຫວຽດນາມ ເພື່ອແນໃສ່ຊຸກຍູ້ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ມາດຕະການເພື່ອບັນລຸວົງການການຄ້າ 1 ຕື້ USD ໃນປີ 2020 ຄືແຜນການໄດ້ວາງອອກ; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດ ຊອກຮູ້ຕະຫຼາດ ແລະ ສົ່ງເສີມການລົງທຶນໃນຫຼາຍຂົງເຂດ. 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງໄດ້ລົງນາມກ່ຽວກັບການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການປະຕິບັດກົດໝາຍບົນທະເລ…

        2 ຝ່າຍກໍ່ຢັ້ງຢືນວ່າຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. ສີລັງກາ ຢືນຢັນວ່າຖືເປັນສຳຄັນເລື່ອງຮັກສາສັນຕິພາບ ແລະ ສະຖຽນລະພາບບົນທະເລຢູ່ທະເລຕາເວັນອອກ, ຄວາມເສລີໃນການເດີນເຮືອ, ການບິນ ແລະ ການຄ້າບໍ່ຖືກກີດຂວາງ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ