ປຶກ​ສາ​ຫາ​ລື​ຂັ້ນ​ສູງ ອາ​ຊຽ​ນ - ອິນ​ເດຍ ຄັ້ງ​ທີ 9 ກ່ຽວ​ກັບ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ (SOMTC)

(VOVWORLD) -ກອງປະຊຸມປຶກສາຫາລື SOMTIC ອາຊຽນ - ອິນເດຍ ຄັ້ງທີ 10 ກ່ຽວກັບອາດຊະຍາກຳຂ້າມຊາດຈະໄດ້ຈັດຂຶ້ນໃນປີ 2023 ຢູ່ປະເທດ ອິນໂດເນເຊຍ.

        ກະຊວງການຕ່າງປະເທດ ອິນເດຍ ໃຫ້ຮູ້ວ່າ ວັນທີ 20 ກໍລະກົດ, ການປຶກສາຫາລືຂັ້ນສູງລະຫວ່າງ ອາຊຽນ - ອິນເດຍ ຄັ້ງທີ 9 ກ່ຽວກັບອາດຊະຍາກຳຂ້າມຊາດ (SOMTC)ໄດ້ຈັດຂຶ້ນທາງໄກ. ນະທີ່ນີ້, ສອງຝ່າຍໄດ້ເນັ້ນໜັກວ່າ ຄວນເພີ່ມທະວີການຮ່ວມມືສາກົນ ເພື່ອຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ ຢ່າງຮອບດ້ານ ແລະ ຍືນຍົງ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບວິທີການຕ່າງໆ ເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ, ໃນຂົງເຂດຕ້ານການກໍ່ການຮ້າຍ, ຄ້າຂາຍຢາເສບຕິດຜິດກົດໝາຍ, ການຄ້າມະນຸດ, ອາດຊະຍາກຳເສດຖະກິດສາກົນ ແລະ ອາດຊະຍາກຳ ໃນກອບແຜນການ ວຽກງານອາຊຽນ - ອິນເດຍ ເພື່ອແນໃສ່ຕ້ານອາດຊະຍາກຳຂ້າມຊາດ. ການຮ່ວມມືສຳພັນທາງດ້ານລະບຽບລະບອບການ ແລະ ບັນດາລາຍການຍົກສູງກຳລັງຄວາມສາມາດລະຫວ່າງສອງຝ່າຍ ກໍ່ໄດ້ນຳມາປຶກສາຫາລື.

        ກອງປະຊຸມປຶກສາຫາລື SOMTIC ອາຊຽນ - ອິນເດຍ ຄັ້ງທີ 10 ກ່ຽວກັບອາດຊະຍາກຳຂ້າມຊາດຈະໄດ້ຈັດຂຶ້ນໃນປີ 2023 ຢູ່ປະເທດ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ