ປັບປຸງກົດໝາຍວ່າດ້ວຍ ການຄຸ້ມຄອງພາສີອາກອນ

ປັບປຸງກົດໝາຍວ່າດ້ວຍ ການຄຸ້ມຄອງພາສີອາກອນ  - ảnh 1

ຫຼາຍ​ເນື້ອ​ໃນ​ບໍ່​ເໝາະ​ສົມ​ໃນກົດໝາຍ​ວ່າ​ດ້ວຍ​ ການ​ຄຸ້ມ​ຄອງ​ພາສີ​ອາກອນ

(ພາບ:baohaiquan.vn)

( vovworld ) – “ຫັນ​ລະບຽບ​ການ​ເປັນ​ງາຍ​ດາຍ, ສ້າງ​ຄວາມ​ສະດວກ​ສະບາຍ​ໃຫ້​ຜູ້​ດ​ເສຍ​ພາສີ​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ປະສິດທິ​ຜົນ​ແຫ່ງ​ການ​ຄຸ້ມ​ຄອງ​ພາສີ​ອາກອນຂອງ​ລັດ, ພ້ອມ​ທັງ​ມຸ້ງ​ໄປ​ເຖິງ​ທຳນຽມ​ສາກົນ“ ​ແມ່ນ​ທິດ​ປັບປຸງ​, ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​ ການ​ຄຸ້ມ​ຄອງ​ພາສີ​ອາກອນ ຊື່​ງ​ໄດ້​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂ່າວ​ ໂດຍ​ກົມ​ໃຫ່ຍສ່ວຍ​ສາ​ອາກອນ​ຈັດ​ຂຶ້ນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 20/2. ຕາມ​ທ່ານ ກາວ​ແອ​ງຕວນ, ຮອງ​ຫົວໜ້າ​ກົມ​ໃຫ່ຍສ່ວຍ​ສາ​ອາກອນ​ແລ້ວ, ​ເລື່ອງປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​ ການ​ຄຸ້ມ​ຄອງ​ພາສີ​ອາກອນ ​ໄດ້​ແບ່ງອອກ​ເປັນ 3 ໝວດ​ຕົ້ນຕໍ ​ດ້ວຍ​ບັນດາ​ຈຸດໝາຍ​ຄື: ການ​ປະຕິ​ຮູບ, ຫັນ​ລະບຽບ​ການດ້ານ​ບໍລິຫານ​​ໃນ​ຂົງ​ເຂດ​ພາສີ​ອາກອນເປັນ​ງາຍ​ດາຍ, ປະຕິບັດ​ການ​ເກັບ​ພາສີ​ອາກອນຢ່າງ​ຖືກຕ້ອງ, ທັນ​ການ, ຊຸກຍູ້​ເລື່ອງ​ຫັນ​ລະບົບ​ພາສີ, ອາກອນ​ເປັນ​ທັນ​ສະ​ໄໝ, ສອດຄ່ອງ​ກັບທ່າ​ອຽງ​ເຊື່ອມ​ໂຍງ…

    ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາສີ​ອາກອນ​ສະບັບ​ປັບປຸງ​ກໍ​ຈະ​ເອົາ​ໃສ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່​ມທະວີ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ການ​ເຊື່ອມ​ໂຍງ, ມຸ້ງ​ໄປ​ເຖິງ​ທຳນຽມ​ສາກົນ, ​ເພີ່ມ​ເຕີມ​ຫຼັກການ​ຄວາມ​ສ່ຽງ​ໃນ​ການ​ຄຸ້ມ​ຄອງ​ພາສີ​ອາກອນ, ​ເພື່ອ ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ນຳ​ໃຊ້​ບັນດາ​​ເຕັກນິກ, ວິຊາ​ການ​ຄຸ້ມ​ຄອງ​ພາສີ​ອາກອນ​ກ້າວໜ້າ​ຢ່າງ​ເປັນ​ເອກະ​ພາບ. ​ໜື່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ໄດ້​ຮັບ​ການ​ປັບປຸງ ​ແມ່ນ​ເພີ່ມ​ເຕີມ​ກົນ​ໄກ​ຂໍ້​ຕົກລົງ​ກ່ອນ​ກ່ຽວ​ກັບ​ວິທີ​ການ​ກຳນົດ​ລາຄາ (APA) ​ໃນ​ການ​ຕ້ານ​ການ​ປັບ​ລາຄາ, ​ເລື່ອງ​ເພີ່ມ​ເຕີມ APA ຈະ​ຮຽກຮ້ອງ​ໃຫ້ວິ​ສາ​ຫະກິດ​ນາໆ​ຊາດ ຕ້ອງ​ເປັນ​ເຈົ້າການ​ໃນ​ການສະ​ເໜີ​ມາດ​ຕະການ​ຄິດ​ໄລ່​ລາຄາ ຫລື​ລະດັບ​ລາຄາ ​ເມື່ອ​ດຳ​ເນີນ​ການ​ຊື້​ຂາຍ​ລະຫວ່າງ​ບັນດາ​ສະມາຊິກ​ໃນ​ກຸ່ມບໍລິສັດ​ກ່ອນທີ່​ແຈ້ງ​​ເສຍພາສີ​ອາກອນ. ບົນ​ພື້ນຖານ​ນັ້ນ, ອົງການ​ສ່ວຍ​ສາ​ອາກອນ​ຫວຽດນາມ ຈະ​ສົມທົບ​ກັບ​ອົງການ​ສ່ວຍ​ສາ​ອາກອນ​ຕ່າງປະ​ເທດ​ຕິດຕາມ​ກວດກາ​ເພື່ອ​ຕ້ານ​ການ​ເສາະກົງ​ພາສີ​ອາກອນ.

ຂ່າວ/ບົດ​ອື່ນ