ປັບປຸງຮ່າງບົດລາຍງານວຽກງານຂອງສະພາແຫ່ງຊາດແລະຄະນະປະຈຳສະພາແຫ່ງຊາດ

ປັບປຸງຮ່າງບົດລາຍງານວຽກງານຂອງສະພາແຫ່ງຊາດແລະຄະນະປະຈຳສະພາແຫ່ງຊາດ - ảnh 1
(ກອງ​ປະຊຸມ​ປະກອບ​ຄວາມ​ເຫັນ​ໃສ່ຮ່າງ​ບົດ​ລາຍ​ງານ​ກ່ຽວ​ກັບ
ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ 13)

(vovworld) - ຕອນ​ເຊົ້າ​ວັນ​ທີ 1/3, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມ​ປະກອບ​ຄວາມ​ເຫັນ​ໃສ່ຮ່າງ​ບົດ​ລາຍ​ງານ​ກ່ຽວ​ກັບວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຊຸດ​ທີ 13. ຮ່າງ​ບົດ​ລາຍ​ງານກ່ຽວ​ກັບ​ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 13 ​ໄດ້​ຕີ​ລາຄາ​ຢ່າງຮອບດ້ານ ​ກ່ຽວ​ກັບ​ການ​ປະຕິບັດ​ບົດບາດ​ສ້າງ​ລັດຖະທຳ​ມະນູນ, ນິຕິບັນຍັດ; ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ; ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ, ການ​ປ່ຽນ​ໃໝ່; ການ​ປັບປຸງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ສະພາ​ແຫ່ງ​ຊາດ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ. ​ໃນ​ອະ​ຍຸ​ການ​ນີ້, ​ເປັນ​ຄັ້ງ​ທຳ​ອິດ, ສະພາ​ແຫ່ງ​ຊາດ​ໄດ້​ຕາງໜ້າ​ປະຊາຊົນ​ທົ່ວ​ປະ​ເທດ​ປະຕິ​ບັດ​ສິດ​ຕິດຕາມ​ກວດກາ​ສູງ​ສຸດ, ຕີ​ລາຄາ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​​ໃຈ​ສຳລັບ​ບັນດາ​ຕຳ​ແໜ່​ງການ​ນຳ​ຫຼັກ​ແຫຼ່ງ​ໃນ​ກົງຈັກ​ລັດ.

        ບັນດາ​ຜູ້​ແທນ​ຖື​ວ່າ, ອາຍຸ​ການ​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປັບປຸງ, ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ​ແທດ​ຈິງ​ກວ່າ. ພ້ອມ​ທັງ​ຕີ​ລາຄາ​ວ່າ, ວຽກ​ງານ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປ່ຽນ​ໃໝ່, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ. ບັນດາ​ຜູ້​ແທນ​ກໍ່​ສະ​ເໜີ​ວ່າ​ບົດ​ລາຍ​ງານ​ຕ້ອງ​ເຮັດ​ແຈ້ງ​ກ່ຽວ​ກັບ​ຄຸນ​ນະພາ​ບການ​ຕິດຕາມ​ກວດກາ​ຢູ່​ທ້ອງ​ຖີ່​ນຂອງ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ແຫ່ງ​ຊາດ; ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ​ໃນ​ວຽກ​ງານ​ຕິດຕາມ​ກວດກາ.

 

ຂ່າວ/ບົດ​ອື່ນ