ປະກອບຄວາມຮູ້, ທັກສະໃຫ້ແກ່ອາສາສະໝັກເຂົ້າຮ່ວມການຮັບໃຊ້ SEA Game 31

(VOVWORLD) -ເຂົ້າຮ່ວມການຝຶກອົບຮົມ, ອາສາສະໝັກໄດ້ປະກອບຄວາມຮູ້ກ່ຽວກັບ SEA Game 31; ບຳລຸງສ້າງ, ແນະນຳເນື້ອໃນກ່ຽວກັບການຕ້ອນຮັບເຈົ້າໜ້າທີ່, ພະນັກງານບັນດາຄະນະ, ນັກກິລາ, ຄູຝຶກ

ວັນທີ 04 ມີນາ, ຢູ່ແຂວງ ບັກນິງ, ກົມໃຫຍ່ກິລາກາຍຍະກຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບັກນິງ ຈັດການຝຶກອົບຮົມໃຫ້ແກ່ອາສາສະໝັກຮັບໃຊ້ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (SEA Game 31), ຢູ່ ຫວຽດນາມ ໃນປີ 2022.

        ເຂົ້າຮ່ວມການຝຶກອົບຮົມ, ອາສາສະໝັກໄດ້ປະກອບຄວາມຮູ້ກ່ຽວກັບ SEA Game 31; ບຳລຸງສ້າງ, ແນະນຳເນື້ອໃນກ່ຽວກັບການຕ້ອນຮັບເຈົ້າໜ້າທີ່, ພະນັກງານບັນດາຄະນະ, ນັກກິລາ, ຄູຝຶກ, ກຳມະການ, ນັກຂ່າວຕ່າງປະເທດ; ໜູນຊ່ວຍ, ແນະນຳຄະນະນັກກິລາ; ປະຕິບັດວຽກງານພະລາທິການ, ຮັບໃຊ້ຢູ່ສະໜາມແຂ່ງຂັນ; ໜູນຊ່ວຍຄະນະ ແລະ ນັກກິລາຢູ່ຮາກຖານສາທາລະນະສຸກ, ສະໜາມບິນ, ໂຮງແຮມ… ຜ່ານນັ້ນ, ສ້າງເງື່ອນໄຂກະກຽມດີທີ່ສຸດໃຫ້ SEA Game 31.

        ຕາມການຄາດຄະເນ, SEA Game 31 ຈະດຳເນີນໃນລະຫວ່າງວັນທີ 06 – 23 ພຶດສະພາ 2022, ຢູ່ນະຄອນ ຮ່າໂນ້ຍ ແລະ 11 ແຂວງ, ນະຄອນໃກ້ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ