ປະກາດ 20 ຜົນງານໄດ້ຮັບລາງວັນ “ຊາວໜຸ່ມ ຫວຽດນາມ ດີເດັ່ນ ປີ 2022”

(VOVWORLD) - ລາງວັນນີ້ເພື່ອແນໃສ່ຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນອາຍຸຕ່ຳກ່ວາ 35 ປີ, ມີຜົນງານພົ້ນເດັ່ນໃນ 10 ຂົງເຂດ
 
ປະກາດ 20 ຜົນງານໄດ້ຮັບລາງວັນ “ຊາວໜຸ່ມ ຫວຽດນາມ  ດີເດັ່ນ ປີ 2022” - ảnh 1ການຖະແຫຼງຂ່າວຂອງຄະນະຈັດຕັ້ງ
(ພາບ:cand.com.vn)

ຕອນບ່າຍວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດການຖະແຫຼງຂ່າວປະກາດ 20 ຜົນງານດີເດັ່ນສະເໜີເຂົ້າຮ່ວມການຄັດເລືອກທາງອິນເຕີເນັດຂອງລາງວັນ “ຊາວໜຸ່ມ ຫວຽດນາມ ດີເດັ່ນ ປີ 2022”. ລາງວັນນີ້ເພື່ອແນໃສ່ຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນອາຍຸຕ່ຳກ່ວາ 35 ປີ, ມີຜົນງານພົ້ນເດັ່ນໃນ 10 ຂົງເຂດ. ປີນີ້, ຄະນະຈັດຕັ້ງໄດ້ຮັບເອກະສານ 156 ສະບັບ, ຢູ່ໃນຂົງເຂດຕ່າງໆ, ເຊິ່ງລວມມີ: ການຮ່ຳຮຽນ, ຄົ້ນຄ້ວາວິທະຍາສາດ - ປະດິດຄິດສ້າງ, ການອອກແຮງງານທຳການຜະລິດ, ດຳເນີນທຸລະກິດ -ເລີ່ມທຸລະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ຄວາມເປັນລະບຽບຮຽບຮ້ອຍ, ກິລາ - ກາຍຍະກຳ, ວັດທະນະທຳສິລະປະ, ການເຄື່ອນໄຫວສັງຄົມ, ການຄຸ້ມຄອງບໍລິຫານລັດ.  

        ພິທີເຊີດຊູ “ຊາວໜຸ່ມ ຫວຽດນາມ ດີເດັ່ນ ປີ 2022” ຈະໄດ້ຈັດຂຶ້ນໃນເດືອນ ມີນາ 2023, ຢູ່ຮ່າໂນ້ຍ.

       

ຕອບກັບ

ຂ່າວ/ບົດ​ອື່ນ