ປະ​ກາດງານ​ສົບ​ທ່ານ​ພົນ​ເອກ ຟຸ່ງ​ກວາງ​ແທງ

(VOVWORLD) -ທ່ານພົນເອກ ຟຸ່ງກວາງແທງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຖິງແກ່ມໍລະນະກຳຢູ່ເຮືອນສ່ວນຕົວ ຢູ່ຮ່າໂນ້ຍ ໃນຮຸ່ງເຊົ້າວັນທີ 11 ກັນຍາ 2021 ຍ້ອນອາຍຸສູງສຸຂະພາບອ່ອນເພຍ.
ປະ​ກາດງານ​ສົບ​ທ່ານ​ພົນ​ເອກ ຟຸ່ງ​ກວາງ​ແທງ - ảnh 1ທ່ານພົນເອກ ຟຸ່ງກວາງແທງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ  (ພາບ: VOV)

ທ່ານພົນເອກ ຟຸ່ງກວາງແທງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຖິງແກ່ມໍລະນະກຳຢູ່ເຮືອນສ່ວນຕົວ ຢູ່ຮ່າໂນ້ຍ ໃນຮຸ່ງເຊົ້າວັນທີ 11 ກັນຍາ 2021 ຍ້ອນອາຍຸສູງສຸຂະພາບອ່ອນເພຍ ແລະ ເປັນພະຍາດຮຸນແຮງ. ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕົກລົງສ້າງຕັ້ງ ຄະນະຈັດຕັ້ງງານສົບລະດັບຊາດ ລວມມີ 24 ທ່ານ, ໂດຍທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ເປັນຫົວໜ້າຄະນະ.  ງານສົບຖືກຈັດຂຶ້ນຢູ່ຫໍຈັດງານສົບແຫ່ງຊາດ, ເລກທີ 5 ຖະໜົນເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ