ປະກາດຍຸດທະສາດ ຂຸດຄົ້ນ,ນຳໃຊ້ຊັບ ພະຍາກອນທະເລ ຮອດປີ 2020


 ປະກາດຍຸດທະສາດ ຂຸດຄົ້ນ,ນຳໃຊ້ຊັບ ພະຍາກອນທະເລ ຮອດປີ 2020 - ảnh 1
(
ພາບ: VGP/Thu Cúc)

 (vovworld)- ​ຕອນ​ເຊົ້າ​ວັນ​ທີ 2/4, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ຈັດ​ພິທີ​ປະກາດ​ຍຸດ​ທະ​ສາດ​ຂຸດ​ຄົ້ນ, ນຳ​ໃຊ້​ຊັບພະຍາກອນໝັ້ນຄົງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030.

   ຈຸດປະສົງ​ສັງ​ລວມຂອງ​ຍຸດ​ທະ​ສາດ​ແມ່ນ​ຮອດ​ປີ 2020, ຫວຽດນາມ ຊຸກຍູ້​ການ ຂຸດ​ຄົ້ນ, ນຳ​ໃຊ້ບັນດາ​ແຫຼ່ງ​ຊັບພະຍາກອນທຳ​ມະ​ຊາດ​ທະ​ເລ​ຕາມ​ທິດໝັ້ນຄົງ,​ ຮັກສາ​ຄຸນ​ນະພາ​ບ​ສິ່ງ​ແວດ​ລ້ອມ​ທະ​ເລ​ເພື່ອ​ຈຸດ​ໝາຍ​ພັດທະນາ​ປະ​ເທດ​ຊາດໝັ້ນຄົງ. ດຣ ຫງວຽນ​ວັນ​ຕ່າຍ ຫົວໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ, ນະ​ໂຍບາຍ​ຊັບພະ​ຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ​ໃຫ້​ຮູ້​ວ່າ:

   “​ເພື່ອ​ຂຸດ​ຄົ້ນ​ທັງ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຈາກ​ທະ​ເລ, ພ້ອມ​ທັງ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ​ໄດ້, ກ່ອນ​ອື່ນ​ໝົດ​ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈທະ​ເລ ​ແລະ ຊັບພະຍາກອນ​ທະ​ເລ. ຕ້ອງ​ຊອກ​ຮູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທະ​ເລ. ທີ 2, ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທີ່​ຕັ້ງຂອງ​ທະ​ເລ, ພະຍາກອນ​ອຸຕຸນິຍົມ ອຸ​ທົກ​ກະສາ​ດ. ຈາກ​ນັ້ນ, ພວກ​ເຮົ​າມີ​ວິທີ​ຂຸດ​ຄົ້ນຊັບພະ​ຍາກ​ອນທະ​ເລໝັ້ນຄົງ, ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ. ພວກ​ເຮົາ​ພັດທະນາ​ເສດຖະກິດ​ທະ​ເລ, ຕ້ອງ​ສ້າງ​ຄວາມ​ຮັ່ງມີ​ຈາກ​ທະ​ເລ ​ແລະ ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ຍ້ອນ​ມີ​ທະ​ເລ“.

ຂ່າວ/ບົດ​ອື່ນ