ປະ​ກາດ​ບົດ​ລາຍ​ງານ “ເສດ​ຖະ​ກິດ ຫວຽດ​ນາມ ປີ 2022 ແລະ ແງ່​ຫວັງ 2023”

(VOVWORLD) -ການສ້າງບົດລາຍງານໄດ້ຮັບການໜູນຊ່ວຍຈາກລັດຖະບານເຢຍລະມັນ ຜ່ານໂຄງການປະຕິຮູບ ເສດຖະກິດມະຫາພາກ ແລະ ການເຕີບໂຕຂຽວ ໂດຍອົງການຮ່ວມມືພັດທະນາ ເຢຍລະມັນ GIZ ປະສານງານ.
ປະ​ກາດ​ບົດ​ລາຍ​ງານ “ເສດ​ຖະ​ກິດ ຫວຽດ​ນາມ ປີ 2022 ແລະ ແງ່​ຫວັງ 2023” - ảnh 1ພາບປະກອບ: Vietnam+

ຄວນເພີ່ມທະວີການປ່ຽນແປງໃໝ່, ປະດິດຄິດສ້າງເພື່ອແນໃສ່ປະຕິຮູບຄຸນນະພາບການເຕີບໂຕ. ນີ້ແມ່ນຫົວຂໍ້ໄດ້ນຳເອົາມາປຶກສາຫາລືຢູ່ກອງປະຊຸມສຳມະນາປະກາດ ບົດລາຍງານ “ເສດຖະກິດ ຫວຽດນາມ ປີ 2022 ແລະ ແງ່ຫວັງປີ 2023” ໂດຍສະຖາບັນຄົ້ນຄ້ວາການຄຸ້ມຄອງບໍລິຫານເສດຖະກິດສູນກາງຈັດຂຶ້ນໃນຕອນເຊົ້າວັນທີ 12 ມັງກອນ ຢູ່ຮ່າໂນ້ຍ. ການສ້າງບົດລາຍການໄດ້ຮັບການໜູນຊ່ວຍຈາກລັດຖະບານເຢຍລະມັນ ຜ່ານໂຄງການປະຕິຮູບ ເສດຖະກິດມະຫາພາກ ແລະ ການເຕີບໂຕຂຽວ ໂດຍອົງການຮ່ວມມືພັດທະນາ ເຢຍລະມັນ GIZ ປະສານງານ. ທ່ານຮອງສາດສະດາຈານ, ປ.ອ ເລຊວັນບ໊າ ນັກຊ່ຽວຊານດ້ານເສດຖະກິດ ເນັ້ນໜັກວ່າ:

ຕາມທັດສະນະຂອງຂ້າພະເຈົ້າ, ການປ່ຽນແປງໃໝ່ປະດິດຄິດສ້າງທາງດ້ານລະບອບລະບຽບການມີຄວາມສຳຄັນກ່ວາຫຼາຍເມື່ອທຽບໃສ່ກັບການປ່ຽນແປງໃໝ່ປະດິດຄິດສ້າງໃນວິທະຍາສາດເຕັກໂນໂລຢີ. ຖ້າພວກເຮົາ ມີລະບອບລະບຽບການທີ່ດີນັ້ນ ພວກເຮົາຈະມີວິທະຍາສາດເຕັກໂນໂລຢີດີ. ດັ່ງນັ້ນ, ການປ່ຽນແປງໃໝ່ແມ່ນຕ້ອງເນັ້ນໜັກເຖິງການປ່ຽນແປງໃໝ່ປະດິດຄິດສ້າງໃນລະບອບລະບຽບການເສດຖະກິດ, ເພື່ອເປັນພື້ນຖານປ່ຽນແປງໃໝ່ປະດິດຄິດສ້າງ ໃນຂົງເຂດຕ່າງໆ. ການປ່ຽນແປງໃໝ່ ແມ່ນກ້າຄິດກ້າທຳ ສິ່ງໃໝ່, ບໍ່ເຮັດຕາມແບບເກົ່າ  ແລະ ຕ້ອງມີກົນໄກສົ່ງເສີມການປ່ຽນແປງໃໝ່ປະດິດຄິດສ້າງ, ພ້ອມທັງຕ້ອງມີກົນໄກປົກປ້ອງຜູ້ກ້າຄິດກ້າທຳ, ກ້າປ່ຽນແປງໃໝ່ປະດິດຄິດສ້າງເພື່ອວຽກງານລວມ.

ບົດລາຍງານ ດັ່ງກ່າວ ກໍ່ເນັ້ນໜັກເຖິງສານກ່ຽວກັບການໃຫ້ບຸລິມະສິດນະໂຍບາຍຄວນສືບຕໍ່ສຸມໃສ່ປ່ຽນແປງໃໝ່ລະບົບລະບອບລະບຽບການເສດຖະກິດຕາມທິດເປັນມິດກັບການປ່ຽນແປງໃໝ່ປະດິດຄິດສ້າງກ່ວາອີກ, ຕິດພັນກັບການແກ້ໄຂຄວາມສ່ຽງຢ່າງມີປະສິດທິຜົນໃນສະພາບການເສດຖະກິດສາກົນເຕັ້ມໄປດ້ວຍການຜັນແປ.

ຕອບກັບ

ຂ່າວ/ບົດ​ອື່ນ