ປະກາດບົດລາຍງານພິເສດຊາວໜຸ່ມ ຫວຽດນາມ ກະທຳເພື່ອດິນຟ້າອາກາດປີ 2022

(VOVWORLD) - ບັນດາເພື່ອນໜຸ່ມ ຫວຽດນາມ ພວມມຸ່ງໄປສູ່ອະນາຄົດຂອງເຂົາເຈົ້າ ແລະ ເຂົາເຈົ້າພວມແບກຫາບຮັບຜິດຊອບຕໍ່ບັນດາຄຳໝັ້ນສັນຍາຮັບປະກັນການກະທຳເພື່ອດິນຟ້າອາກາດຮອບດ້ານ
ປະກາດບົດລາຍງານພິເສດຊາວໜຸ່ມ ຫວຽດນາມ ກະທຳເພື່ອດິນຟ້າອາກາດປີ 2022 - ảnh 1ພິທີຈັດຂຶ້ນໃນວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ
(ພາບ: Phương Thảo/ dangcongsan.vn)

ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ອົງການ ສປຊ ເພື່ອການພັດທະນາ ສົມທົບກັບກົມປ່ຽນແປງຂອງດິນຟ້າອາກາດ (ຂຶ້ນກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ) ປະກາດບົດລາຍງານພິເສດດ້ວຍຫົວຂໍ້ວ່າ “ຊາວໜຸ່ມ ຫວຽດນາມ ກະທຳເພື່ອດິນຟ້າອາກາດປິ 2022”. ກ່າວຄຳເຫັນທີ່ພິທີປະກາດ, ທ່ານນາງ Ramla Al Khalidi, ຫົວໜ້າອົງການຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ, ຢັ້ງຢືນວ່າ: ບັນດາເພື່ອນໜຸ່ມ ຫວຽດນາມ ພວມມຸ່ງໄປສູ່ອະນາຄົດຂອງເຂົາເຈົ້າ ແລະ ເຂົາເຈົ້າພວມແບກຫາບຮັບຜິດຊອບຕໍ່ບັນດາຄຳໝັ້ນສັນຍາຮັບປະກັນການກະທຳເພື່ອດິນຟ້າອາກາດຮອບດ້ານ, ພັດທະນາແບບຍືນຍົງ; ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືພັດທະນາຮ່ວມແຮງຮ່ວມໃຈກັບ UNDP, ເພື່ອສ້າງເງື່ອນໄຂ ແລະ ຊຸກຍູ້ສະພາບແວດລ້ອມ, ໃນນັ້ນມີຊາວໜຸ່ມ ອາດສາມາດແບກຫາບ ແລະ ເປັນເຈົ້າຂອງການປ່ຽນແປງໃນອະນາຄົດຂອງຕົນເອງ. UNDP ໃຫ້ຄຳໝັ້ນສັນຍາໜູນຊ່ວຍຊາວໜຸ່ມ ຫວຽດນາມ, ຮັບປະກັນບັນດາຄວາມເອົາໃຈໃສ່ ແລະ ແນວຄວາມຄິດຂອງເຂົາ ໄດ້ຮັບຟັງ, ພ້ອມທັງສືບຕໍ່ຮ່ວມມືກັບ ຊາວໜຸ່ມເພື່ອໝູນໃຊ້ບັນດາຄວາມສາມາດປະດິດຄິດສ້າງຂອງເຂົາເຈົ້າ ເພື່ອແນໃສ່ຊຸກຍູ້ການກະທຳເພື່ອການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງ Ramla Al Khalidi ເນັ້ນໜັກວ່າ: ຫວຽດນາມ ຕ້ອງການໄດ້ຮັບການໜູນຊ່ວຍຂອງທົ່ວສັງຄົມ, ໃນນັ້ນມີຊາວໜຸ່ມ, ກວມເອົາ 23% ຈຳນວນປະຊາກອນ. ວິທີສຳຜັດເຊື່ອມໂຍງນີ້ຕ້ອງໄດ້ສະແດງດ້ວຍວິທີການຮັບຟັງບັນດາໄວໜຸ່ມ ກໍ່ຄືມອບສິດໃຫ້ເຂົາເຈົ້າປະຕິບັດບັນດາການກະທຳທີ່ມີຄວາມໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ