ປະກາດປີທ່ອງທ່ຽວແຫ່ງຊາດ2016

ປະກາດປີທ່ອງທ່ຽວແຫ່ງຊາດ2016 - ảnh 1
ເມືອງເກາະຟູ໋ກ໋ວກ (ພາບອິນເຕີແນັດ)

(vovworld) - ​ ​ ຕອນ​ຄ່ຳ​ວັນ​ທີ 22/02, ຢູ່​ເທດສະບານ ຮ່າ​ຕຽນ, ​ແຂວງ ກຽນ​ຢາງ, ​ໄດ້ດຳ​ເນີນ​ພິທີ​ປະກາດ​ປີ​ທ່ອງ​ທ່ຽວ​​ແຫ່ງ​ຊາດ 2016 - ຟູ໋ກວ໋ກ (​ແຂວງ ກຽນ​ຢາງ) - ​ເຂດທົ່ງພຽງ​ແມ່​ນ້ຳຂອງ. ປີ 2015, ຂະ​ແໜງທ່ອງ​ທ່ຽວ ຫວຽດນາມ ຕ້ອນຮັບ ​ແລະ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ສາກົນ​ປະມານ 8 ລ້ານ​ເທື່ອ​ຄົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດປະມານ 57 ລ້ານ​ເທື່ອ​ຄົນ, ບັນລຸ​ລາຍ​ຮັບ 330.000 ຕື້​ດົງ. ​ໃນ​ນັ້ນ, ການຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໃຫ້​ດີ ​ແມ່ນ​ມາດ​ຕະການ​ສຳຄັນ, ປະກອບສ່ວນ​ສົ່ງ​ເສີມ, ​ໂຄສະນາພາບ​ພົດ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ການທ່ອງທ່ຽວ ​ແລະ ຄວາມ​ຮັບ​ຮູ້ຂອງ​ອຳນາດ​ການ​ປົກຄອງ, ປະຊາຊົນ​ຂອງ​ທ້ອງ​ຖິ່ນ, ຂອງ​ເຂດ​ເວົ້າ​ສະ​ເພາະ ​ແລະ ທັງ​ປະ​ເທດ​ເວົ້າ​ລວມ ສຳລັບການ​ພັດທະນາ​ການທ່ອງທ່ຽວ. ​ເພື່ອ​ກຳ​ແໜ້ນກາລະ​ໂອກາດ​ນີ້, ​ແຂວງ ກຽນ​ຢາງ ​ໄດ້ ​ແລະ ພວມ​ຍູ້​ແຮງ​ວຽກ​ງານ​ຮຽກຮ້ອງ, ສົ່ງ​ເສີມ​ດ້ານການ​ຄ້າ. ທ່ານ​ນາງ ກວາງ​ຊວນ​ຫຼົ້ວ ຮອງ​ຜູ້ອຳນວຍການ​ສູນ​ສົ່ງ​ເສີມ​ການ​ຄ້າການທ່ອງທ່ຽວ ກຽນ​ຢາງ ​ໃຫ້​ຮູ້​ວ່າ:

        “​ໃນປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ສື່​ສິ່ງ​ພິມ​ຫລາຍ​ຢ່າງ ​ເພື່ອ​ໂຄສະນາ​ເຜີຍ​ແຜ່ ກໍ​ຄື​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ການທ່ອງທ່ຽວ​ສາກົນ​ຄັ້ງຕ່າງໆ.  ພວກ​ຂ້າພະ​ເຈົ້າ ​ເຄີຍເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ທ່ອງທ່ຽວພາຍ​ໃນ​ປະ​ເທດ ​ແລະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ພິ​ເສດ​​ປີ​ນີ້ ພວກ​ຂ້າພ​ະເຈົ້າ​ເຂົ້າ​ຮ່ວມຫລາຍລາຍການ​ໃນ​ງານ​ຕະຫລາດນັດ​ສາກົນ ​ເພື່ອ​ແນະນຳບັນດາທັດສະນີ​ຍະ​ພາບ, ຄວາມ​ງາມ​ຂອງ​ແຂວງ ກຽນ​ຢາງ ​ເຖິງ​ແຂກ​ທ່ອງ​ທ່ຽວ​ສາກົນ”.

        ທີ່​ພິທີ, ທ່ານ ຫວໍ​ຕ໋ວນ​ເຍີນ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຊັບພະຍາກອນ-​ສົ່ງ​ແວດ​ລ້ອມ ມອບ​​ໃບຢັ້ງຢືນ​ເຂດ Ramsar ​ໃຫ້ປ່າ​ສະຫງວນ​ແຫ່ງ​ຊາດ ອຸ​ມິ​ງ​ເທື້ອງ.


ຂ່າວ/ບົດ​ອື່ນ