ປະກາດ​ປະມວນ​ກົດໝາຍ, ກົດໝາຍ 11 ສະບັບ ​ໂດຍ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາ​ກສະພາ​ແຫ່ງ​ຊາດ

(VOVWORLD) - ຕອນບ່າຍວັນທີ 16 ທັນວາ, ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງການຖະແຫຼງຂ່າວ ປະກາດຄໍາສັ່ງຂອງປະທານປະເທດ ກ່ຽວກັບເລື່ອງປະກາດປະມວນກົດໝາຍ ແລະ ກົດໝາຍ 11 ສະບັບ ໂດຍກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14 ຫາກໍຮັບຮອງເອົາ.
ປະກາດ​ປະມວນ​ກົດໝາຍ, ກົດໝາຍ 11 ສະບັບ ​ໂດຍ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາ​ກສະພາ​ແຫ່ງ​ຊາດ - ảnh 1 ທ່ານດ່າວຫວຽດຈູງ ຫົວໜ້າຫ້ອງວ່າການປະທານປະເທດ ເປັນປະທານກອງປະຊຸມ (ພາບ: TTXVN)

        ກ່ຽວກັບປະມວນກົດໝາຍວ່າດ້ວຍແຮງງານ 2019, ຜູ້ຕາງໜ້າອົງການຮຽບຮຽງ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ຢັ້ງຢືນວ່າ  ເລື່ອງດັດປັບອາຍຸພັກກິນເບ້ຍບໍານານ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງ, ວິໄສທັດຍາວໄກ ແລະ ການກຽມພ້ອມຮັບມືກັບສະພາບການຜູ້ສູງອາຍຸກວມເອົາສ່ວນຫຼາຍ. ເພາະວ່າ ຕາມບັນດາອົງການຈັດຕັ້ງສາກົນ ໄດ້ຄາດຄະເນແລ້ວນັ້ນ, ປີ 2040 ຫວຽດນາມ ຈະຕົກເຂົ້າສູ່ສະພາບຜູ້ສູງອາຍຸກວມເອົາສ່ວນຫຼາຍຢ່າງເປັນທາງການ.

        ໃນການຖະແຫຼງຂ່າວ, ຫ້ອງວ່າການປະທານປະເທດ ກໍໄດ້ປະກາດຄໍາສັ່ງຂອງປະທານປະເທດ ປະກາດກົດໝາຍປັບປຸງບາງມາດຕາຂອງກົດໝາຍວ່່າດ້ວຍການຈັດຕັ້ງລັດຖະບານ, ກົດໝາຍວ່າດ້ວຍການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍຫໍສະໝຸດ, ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງພົນລະເມືອງຫວຽດນາມ, ກົດໝາຍວ່າດ້ວຍທະຫານປ້ອງກັນຕົວ, ກົດໝາຍວ່າດ້ວຍກໍາລັງທະຫານສໍາຮອງ ແລະ ກົດໝາຍວ່າດ້ວຍຫຼັກຊັບ. 

ຕອບກັບ

ຂ່າວ/ບົດ​ອື່ນ